ແຂວງ ແຄ໋ງຮ່ວາ ເພີ່ມທະວີພະນັກງານການແພດ, ການສຶກສາໃຫ້ບັນດາຕາແສງ ຢູ່ເມືອງເກາະ ເຈື່ອງ

ແຂວງ ແຄ໋ງຮ່ວາ ເພີ່ມທະວີພະນັກງານການແພດ, ການສຶກສາໃຫ້ບັນດາຕາແສງ ຢູ່ເມືອງເກາະ ເຈື່ອງ - ảnh 1
ພາບປະກອບ

(vovworld) – ຄະນະ​ກຳມະການ​ປະຊາຊົນ​ແຂ​ວງ ​ແຄ໋ງຮ່ວາ ​ໄດ​້ຍົກ​ອອກ​ແຜນການ​ເພີ່ມ​ເຕີມ​ຄູ​ອາຈານ ​ແລະ ພະນັກ​ງານ​ການ​ແພດບັນຈຸ​ຢູ່​ແຕ່​ລະ​ຕາ​ແສງ, ​ເທດສະບານ​ທີ່​ຂຶ້ນ​ກັບ​​ເມືອງ​ເກາະ ​ເຈື່ອງ​ຊາ, ​ເພື່ອ​​ແນ​ໃສ່​ປັບປຸງ​ລະບົບ​ການ​ສຶກສາ​ຂັ້ນ ປະຖົມ ​ແລະ ກໍ່ສ້າງ​ບັນດາ​ສຸກສາລາ​ຕາ​ແສງ​ຢູ່​ທີ່​ນີ້. ບັນດາ​ທ້ອງ​ຖິ່ນ​ນີ້​ລວມມີ​: ​ເທດສະບານ ​ເຈື່ອງ​ຊາ, ຕາ​ແສງ ຊິງ​ຕົນ (Sinh Ton) ​ແລະ ຕາ​​ແສງ ຊອງ​ຕື໋​ໄຕ (Song Tu Tay). ນອກຈາກ​ນັ້ນ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຕາ​ແສງ ຊິງ​ຕົນ (Sinh Ton) ແລະ ຕາ​​ແສງ ຊອງ​ຕື໋​ໄຕ (Song Tu Tay) ຈະ​ກໍ່ສ້າງ​ໂຮງຮຽນ​ປະຖົມ ຈາກ​ແຫຼ່ງທຶນ​ຂອງ​ລາຍການ “​ເພື່ອ​ນັກຮຽນ ​ເຈື່ອງ​ຊາ ທີ່​ຮັກ​ແພງ”. ​ເລື່ອງ​ກໍ່ສ້າງສຸກສາລາ​ຢູ່ 3 ຕາ​ແສງ, ​ເທດສະບານ​ດັ່ງກ່າວ, ​ເພື່ອ​ແນ​ໃສ່​ຮັບ​ໃຊ້​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ໃນ​ເບື້ອງ​ຕົ້ນ​, ປິ່ນ​ປົວ​ພະຍາດ​ໃຫ້​ແກ່​ພະນັກງານ, ປະຊາຊົນ​ໃນ​ເກາະ ​ແລະ ຊາວ​ປະມົງ​ທີ່​ຫາ​ປາ​ໃນ​ເຂດ​ທະ​​ເລ​ທີ່​ຂຶ້ນ​ກັບ​ເກາະ ​ເຈື່ອງ​ຊາໃຫ້ດີ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ