ແງ່​ຫວັງ​ດຳ​ເນີນ​ການ​ພົບ​ປະ​ລະ​ຫວ່າງ ການ​ນຳ​ລັດ​ເຊຍ ແລະ ຢູ​ແກຼນ

(VOVWORLD) - ກ່າວຄຳເຫັນທີ່ເຫດການໜຶ່ງເນື່ອງໃນໂອກາດ 35 ປີແຫ່ງວັນເກີດໄພພິບັດນິວເຄຼຍ Chernobyl, ທ່ານປະທານາທິບໍດີ Zelenskiy ໄດ້ໃຫ້ຂໍ້ສັງເກດວ່າ ທຸກວຽກງານພວມດຳເນີນໄປຢ່າງມີຄວາມສະດວກພໍສົມຄວນ ເພື່ອອາດຈະມີຄວາມຫວັງກ່ຽວກັບການພົບປະສຸດຍອດລະຫວ່າງການນຳສອງປະເທດ.



ແງ່​ຫວັງ​ດຳ​ເນີນ​ການ​ພົບ​ປະ​ລະ​ຫວ່າງ ການ​ນຳ​ລັດ​ເຊຍ ແລະ ຢູ​ແກຼນ - ảnh 1ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານ ປະທານາທິບໍດີຢູແກຼນ Volodymyr Zelenskiy
(ພາບ:  AFP/TTXVN)

ວັນທີ 26 ເມສາ, ທ່ານ ປະທານາທິບໍດີ ຢູແກຼນ Volodymyr Zelenskiy ໄດ້ສະແດງຄວາມເຊື່ອໝັ້ນວ່າຈະມີການພົບປະກັນກັບຄູ່ຮ່ວມຕຳແໜ່ງ ລັດເຊຍທ່ານ Vladimir Putin ໂດຍໄວ, ເພື່ອປຶກສາຫາລືກ່ຽວກັບສະພາບການເກີດການປະທະກັນ ຢູ່ ພາກຕາເວັນອອກປະເທດຢູແກຼນ, ພ້ອມທັງໃຫ້ຮູ້ວ່າ ສອງປະເທດພວມຫຍັບ ເຂົ້າໃກ້ຂໍ້ຕົກລົງຢຸດຍິງສະບັບໃໝ່.

        ກ່າວຄຳເຫັນທີ່ເຫດການໜຶ່ງເນື່ອງໃນໂອກາດ 35 ປີແຫ່ງວັນເກີດໄພພິບັດນິວເຄຼຍ Chernobyl, ທ່ານປະທານາທິບໍດີ Zelenskiy ໄດ້ໃຫ້ຂໍ້ສັງເກດວ່າ ທຸກວຽກງານພວມດຳເນີນໄປຢ່າງມີຄວາມສະດວກພໍສົມຄວນ ເພື່ອອາດຈະມີຄວາມຫວັງກ່ຽວກັບການພົບປະສຸດຍອດລະຫວ່າງການນຳສອງປະເທດ.

        ກ່ອນໜ້ານັ້ນ, ໃນວັນທີ 20 ເມສາ, ທ່ານ ປະທານາທິບໍດີ Zelenskiy ໄດ້ຍົກອອກຂໍ້ສະເໜີກ່ຽວກັບການເຈລະຈາ ກັບຄູ່ຮ່ວມຕຳແໜ່ງທ່ານ Putin ຢູ່ Donbass ໃນສະພາບການເກີດການປະທະກັນລະຫວ່າງ ນັກຮົບ ຢູແກຼນ ແລະ ບັນດາກຳລັງຮຽກຮ້ອງເອກະລາດ ຢູ່ ທາງພາກຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ