ແງ່ຫວັງຫຼາຍຢ່າງໃນການຮ່ວມມືລະຫວ່າງວິສາຫະກິດຂະໜາດກາງແລະໜ້ອຍຫວຽດນາມ-ສ.ເຊັກໂກ
(ແງ່ຫວັງຫຼາຍຢ່າງໃນການຮ່ວມມືລະຫວ່າງ
ວິສາຫະກິດຂະໜາດກາງແລະໜ້ອຍຫວຽດນາມ-ສ.ເຊັກໂກ)
(vovworld) – ວັນທີ 17/02, ຢູ່ Praha, ສ.ເຊັກໂກ, ສະມາຄົມວິສາຫະກິດຂະໜາດກາງ ແລະ ໜ້ອຍຫວຽດນາມ ຫາກໍຈັດກອງປະຊຸມໂຕະມົນ ແນະນຳຕົນເອງດ້ວຍຜູ້ຕາງໜ້າ 40 ຄົນທີ່ມາຈາກບັນດາສະຫະສະມາຄົມວິສາຫະກິດ ແລະ ບັນດານັກທຸລະກິດເຊັກໂກ ທີ່ເອົາໃຈໃສ່ເຖິງຕະຫຼາດຫວຽດນາມ. ເຂົ້າຮ່ວມກອງປະຊຸມສຳມະນາ, ທ່ານ ໂຕຮ່ວາຍນາມ, ຮອງປະທານ, ທັງເປັນເລຂາທິການໃຫຍ່ສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ໜ້ອຍຫວຽດນາມ, ໄດ້ແນະນຳກ່ຽວກັບບັນດາການປ່ຽນແປ່ງຢ່າງຕັ້ງໜ້າຫວ່າງແລ້ວນີ້ຂອງສະພາບແວດລ້ອມແຫ່ງການລົງທຶນຢູ່ຫວຽດນາມ, ການເຄື່ອນໄຫວຂອງບັນດາວິສາຫະກິດຂະໜາດກາງ ແລະ ໜ້ອຍຂອງຫວຽດນາມ ແລະ ຄວາມສາມາດຮ່ວມມືລະຫວ່າງປະຊາຄົມວິສາຫະກິດ 2 ປະເທດ.
ທີ່ກອງປະຊຸມສຳມະນາ, ທ່ານ Vaclav Aubrecht, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳສ.ເຊັກໂກ ໃຫ້ຂໍ້ສັງເກດວ່າ, ດ້ວຍຄວາມສາມາດບົ່ມຊ້ອນພັດທະນາທີ່ໃຫຍ່ຫຼວງ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ວິສາຫະກິດເຊັກໂກ ສົນໃຈໃນຍຸດທະສາດພັດທະນາການດຳເນີນທຸລະກິດຂອງຕົນຢູ່ອາຊີ.
ເນື່ອງໃນໂອກາດນີ້, ຜູ້ຕາງໜ້າສະຫະສະມາຄົມນັກທຸລະກິດຂະໜາດກາງ ແລະ ໜ້ອຍຂອງຫວຽດນາມ ໄດ້ລົງນາມໃນບັນດາເອກະສານກຳນົດທິດຮ່ວມມືກັບຜູ້ຕາງໜ້າຝ່າຍສ.ເຊັກໂກ, ໃນນັ້ນຊຸມໃສ່ບຸລິມະສິດແກ່ການຮ່ວມມືໃນບັນດາຂົງເຂດພັດທະນາການທ່ອງທ່ຽວ, ກໍ່ສ້າງວິຊາຊີບ, ຜະລິດກົນຈັກ, ຜະລິດກະສິກຳ ແລະ ໂຄສະນາເຄື່ອງໝາຍການຄ້າ.