ແຈ້ງການຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ

ແຈ້ງການຂອງກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ - ảnh 1

(ພາບ:vietnamnet.vn)

(vovworld) -     ດັ່ງ​ທີ່​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ພາຍຫຼັງ​ທີ່​ເຮັດ​ວຽກ​ມາ​ເປັນ​ເວລາ 15 ວັນ, ກອງ​ປະຊຸມ​​ຄັ້ງ​ທີ 6 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ໄດ້ ​ອັດ​ລົງ​ໃນ​​ວັນ​ທີ 15/10 ຢູ່​ຮ່າ​ໂນ້ຍ. ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມໄດ້​ອອກ​ແຈ້ງ​ການ​ຂອງ​ກອງ​ປະຊຸມ.

   ຕາມ​ນັ້ນ​ແລ້ວ, ທີ່ກອງ​ປະຊຸມ​​ຄັ້ງ​ທີ 6, ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ພິຈາລະ​ນາ, ໃຫ້​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ສະພາບ​​ເສດຖະກິດ​ສັງຄົມ​ປີ 2012, ​ທິດ​ທາງ​ໜ້າ​ທີ່​ປີ 2013; ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ແຜນ​ຮ່າ​ງ “ສືບ​ຕໍ່​ມີ​ການ​ຊັບຊ້ອນ, ປ່ຽນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ລັດວິ​ສາ​ຫະກິດ“. ຄະນະ​ບໍລິຫານ​ງານ​ສູນ​ກາງ​ໄດ້​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່​ນະ​ໂຍບາຍ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

 ຄະນະ​ບໍລິຫານ​ງານ​ສູນ​ກາງໄດ້​ພິຈາລະ​ນາ, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​​ແຜນ​ຮ່າງ “ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລ​ະ ຮອບດ້ານ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຫັນປະ​ເທດ​ຊາດ​​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໃນ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ, ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ​​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ“. ຄະນະ​ບໍລິຫານ​ງານ​ສູນ​ກາງໄດ້ພິຈາລະນາ, ປຶກສາ​ຫາລື​ແຜນ​ຮ່າງ “ວາງ​ແຜນ​ຊັບຊ້ອນ​ພະນັກງານຄະນະ​ບໍລິຫານ​​ງານ​ສູນ​ກາງພັກ, ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ ​ແລະ ບັນດາ​ຕໍາ​ແໜ່​ງທີ່​ສຳຄັນ​ພັກ ​ແລະ ລັດ​ໃນອາຍຸ​ການ 2016-2021 ​ແລະ ​ໃນອາຍຸ​ການ​ຕໍ່​ໄປ“. ຄະນະ​ບໍລິຫານ​ງານ​ສູນ​ກາງໄດ້ພິຈາລະນາ, ປຶກສາ​ຫາລື,​​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິ​ຕິ​ຊົມ​ກັນ​ຂອງກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“.

   ​ໃນ​ແຈ້ງ​ການ​ຂອງ​ກອງ​ປະຊຸມ, ຄະນະ​ບໍລິຫານ​ງານ​ສູນ​ກາງພັກໄດ້ຮຽກຮ້ອງ​ໃຫ້ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ຈົ່ງ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມານະ​ພະຍາຍາມສູ້​ຊົນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ, ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ, ​​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ຊຸດ​ທີ 11 ​ແລະ ບັນດາ​ມະຕິ, ຂໍ້​ສະຫລຸບ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງພັກ, ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2012-2013 ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ