ແນະນຳວັດທະນະທຳ ຍີ່ປຸ່ນ ຢູ່ ໂຮ້ຍອານ ແຂວງ ກວາງນາມ

(VOVWORLD) - ໃນໄລຍະດຳເນີນສັບປະດາຂັ້ນສູງ APEC 2017 ແຕ່ວັນທີ 6 – 11 ພະຈິກ. ຢູ່ນະຄອນ ໂຮ້ຍອານ ແຂວງ ກວາງນາມ ຈະເປີດ “ບໍລິເວນແນະນຳວັດທະນະທຳ ຫວຽດນາມ - ຍີ່ປຸ່ນ” - ຜະລິດຕະພັນການທ່ອງທ່ຽວທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງ ຍີ່ຢຸ່ນ ຢ່າງເປັນທາງການ.
ແນະນຳວັດທະນະທຳ ຍີ່ປຸ່ນ ຢູ່ ໂຮ້ຍອານ ແຂວງ ກວາງນາມ - ảnh 1 (ພາບປະກອບ)

ການແນະນຳວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຈະດຳເນີນຢູ່ຖະໜົນ ຫງວຽນທິມີງຄາຍ ແລະ ເຂດອ້ອມແອ້ມວັດຂົວ. ນີ້ແມ່ນບ່ອນດຳເນີນການເຄື່ອນໄຫວຫລາຍຢ່າງເປັນປະຈຳຄື: ງານວາງສະແດງຮູບແບບເຮືອໃບເກົ່າແກ່ຂອງ ຍີ່ປຸ່ນ; ຈັດຕັ້ງການວາງສະແດງເອກະສານ, ວັດຖຸພັນປະຫວັດສາດ, ໝາກຜົນແຫ່ງການຄົ້ນຄວ້າປະຫວັດສາດເດີມກ່ຽວກັບການແລກປ່ຽນການຄ້າ, ກ່ຽວກັບການພົວພັນຂອງຄຸ້ມຖະໜົນ ຍີ່ປຸ່ນ ຢູ່ ໂຮ້ຍອານ ໃນສະຕະວັດທີ 17; ການສະແດງ, ການບໍລິການຊົງຊາ, ຊາຂຽວ ຍີ່ປຸ່ນ; ງານວາງສະແດງຕົ້ນໄມ້ປະດັບ ຍີ່ປຸ່ນ ແລະ ຫວຽດນາມ; ການລະຫຼີ້ນຂອງເດັກນ້ອຍ ຫວຽດນາມ ແລະ ຍີ່ປຸ່ນ; ສອນວິທີການປຸງແຕ່ງອາຫານການກິນຂອງ ໂຮ້ຍອານ ແລະ ຍີ່ປຸ່ນ; ການສະແດງ “ຊຸດເຄື່ອງແບບ ໂຮ້ຍອານ - ຄວາມຊົງຈຳກ່ຽວກັບການເວລາ” ແລະ ແນະນຳຊຸດເຄື່ອງແບບ ຍີ່ປຸ່ນ; ສະແດງເຄື່ອງເສບດົນຕີຂອງຊົນເຜົ່າ ຫວຽດນາມ ແລະ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ