ງານບຸນໄດ້ສ້າງຄວາມປະທັບໃຈໃຫ່ແກ່ປະຊາຊົນ ຍີ່ປຸ່ນ
(vovworld)- ງານບຸນຫວຽດນາມ ຢູ່ ແຂວງ Kanagawa ຈະດຳເນີນໃນລະຫວ່າງ ວັນທີ 29-30/10 ຈະມາເຖິງ ຢູ່ນະຄອນ Yokohama. ການຈັດ ງານບຸນຫວຽດນາມ ຢູ່ ແຂວງ Kanagawa ໄດ້ເປັນຂີດໝາຍເລີ່ມຕົ້ນບາດກ້າວພັດທະນາໃໝ່ ໃນການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ ລະຫວ່າງ ສອງປະເທດ ຊຶ່ງບໍ່ຖືກຈຳກັດຢູ່ໃນຂອບເຂດນະຄອນຫຼວງ Tokyo ເທົ່ານັ້ນ ຫາກຍັງຂະຫຍາຍອອກສູ່ ບັນດາທ້ອງຖິ່ນອື່ນໃນທົ່ວຢີປຸ່ນອີກດ້ວຍ, ດ້ວຍຈຸດປະສົງນຳວັດທະນະທຳຫວຽດນາມ ໄປເຜີຍແຜ່ຢ່າງກວ້າງເລິກເຖິງປະຊາຊົນຢີປຸ່ນຫຼາຍກວ່າເກົ່າ, ປະກອນສ່ວນ ເຂົ້າໃນການພັດທະນາລວມ ຂອງການພົວພັນສອງປະເທດ. ກ່າວຄວາມເຫັນທີ່ການປະຊຸມຂ່າວ, ທ່ານ ຫງວຽນກວັກເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຢີປຸ່ນ ເຊື່ອໝັ້ນວ່າ: ງານບຸນຫວຽດນາມ ຢູ່ Kanagawa ໃນປີ 2016 ຈະເປັນໂອກາດ ເພື່ອໃຫ້ຊາວຫວຽດນາມ ມີຄວາມໃກ້ຊິດຕິດແທດ ກັບນະຄອນ Kanagawa ກວ່າເກົ່າ ຜ່ານບັນດາການພົບປະແລກປ່ຽນ ວັດທະນະທຳ, ເປີດກວ້າງບັນດາໂອກາດການຮ່ວມມືໃໝ່ ໃຫ້ທັງສອງຝ່າຍ. ເຫດການ ຫວຽດນາມ Phet-ta ປີນີ້ ດ້ວຍຫົວເລື່ອງ “ເຂັ້ມຂົ້ນໄປດ້ວຍສີສັນຫວຽດນາມ” ຈະມີຫຼາຍການເຄື່ອນໄຫວ ແນໃສ່ເຊື່ອມຕໍ່ການພົວພັນດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ, ວັດທະນະທຳ ລະຫວ່າງ ຫວຽດນາມ ແລະ Kanagawa.