ເສັ້ນທາງຖືກປິດລ້ອມພາຍຫຼັງເຫດວາງລະເບີດຢູ່ບຣຸກແຊນ
(ພາບ: AFP/TTXVN)
|
(vovworld) – ວັນທີ 22/3, ແບນຊິກໄດ້ປະກາດໄວ້ທຸກທົ່ວປະເທດເປັນເວລາ 3 ວັນເພື່ອອາໄລຫາບັນດາຜູ້ຖືກເສຍຊີວິດພາຍຫຼັງເຫດບຸກໂຈມຕີກໍ່ການຮ້າຍທີ່ນອງເລືອດຄັ້ງຕ່າງໆຢູ່ ບຣຸກແຊນ. ຕາມໂຄສົກຂອງທ່ານນາຍົກລັດຖະມົນຕີ Charles Michel ແລ້ວ, ທຸກໆອົງການແຫ່ງລັດໃນທົ່ວປະເທດຈະຕ້ອງລົດທຸງລົງເຄິ່ງເສົາຮອດວັນທີ 24/3. ແລະກໍ່ໃນວັນດຽວກັນ, ບັນດາເຈົ້າໜ້າທີ່ ແບນຊິກ ໄດ້ປະກາດບາງຮູບພາບທີ່ບັນທຶກໄດ້ຈາກ ກອງຖ່າຍວີດີໂອ ສັງເກດກ່ຽວກັບ 3 ເປົ້າໝາຍທີ່ຖືກສົງໄສວ່າປະຕິບັດເຫດບຸກໂຈມຕີຢູ່ສະໜາມບິນ Zaventam ຢູ່ ບຣຸກແຊນ, ເຮັດໃຫ້ຢ່າງໜ້ອຍສຸດມີ 14 ຄົນເສຍຊີວິດ. ຕຳຫຼວດ ແບນຊິກ ໃຫ້ຮູ້ວ່າ: ບັນດາຮູບພາບ, ທີ່ໄດ້ປະກາດຕາມຂໍ້ສະເໜີຂອງອົງການໄອຍະການລະຫວ່າງລັດ, ສະແດງໃຫ້ເຫັນວ່າ 3 ເປົ້າໝາຍດັ່ງກ່າວໄດ້ຍູ້ລໍ້ທີ່ບັນລຸກະເປົາຈຳນວນໜຶ່ງໄປຜ່ານເຂດເຮັດລະບຽບການແຈ້ງເອກະສານໃນສະໜາມບິນ.