(vovworld) - ວັນທີ 16/07, ທ່ານລັດຖະມົນຕີການຕ່າງປະເທດແບນຊິກ Didier Reyders ໃຫ້ຮູ້ວ່າ, ໃນກໍລະນີທີ່ຈຳເປັນ, ແບນຊິກ ພ້ອມແລ້ວຈະແທນອັງກິດ ຮັບດຳລົງຕຳແໜ່ງປະທານໝູນວຽນ ສະຫະພາບເອີລົບ ໃນເຄິ່ງທ້າຍປີ 2017, ໃນສະພາບທີ່ອັງກິດ ກະກຽມເຈລະຈາກ່ຽວກັບເລື່ອງອອກຈາກສະຫະພາບເອີລົບ (EU) ຫຼື ເອີ້ນວ່າ Brexit. ຂໍ້ສະເໜີດັ່ງກ່າວເຊິ່ງແບນຊິກ ຍົກອອກມາທີ່ກອງປະຊຸມ NATO ດຳເນີນຢູ່ໂປໂລຍ ໃນວັນທີ 08 – 09/07 ຜ່ານມາ ພາຍຫຼັງ Estonia, ເຊິ່ງແມ່ນປະເທດຈະຮັບດຳລົງຕຳແໜ່ງປະທານໝູນວຽນ EU ໃນເຄິ່ງຕົ້ນປີ 2018 ໄດ້ຖາມວ່າ ແບນຊິກ ຈະພ້ອມແລ້ວແທນໃຫ້ອັງກິດ ດຳລົງຕຳແໜ່ງນີ້ຫຼືບໍ່. ພາຍຫຼັງທາບທາມຄຳເຫັນຈາກລັດຖະບານແບນຊິກ, ກະຊວງການຕ່າງປະເທດແບນຊິກ ໄດ້ຍົກອອກຂໍ້ສະເໜີດັ່ງກ່າວກັບບັນດາເພື່ອນຮ່ວມຕຳແໜ່ງເອີລົບ ແລະ ການນຳ EU ຢູ່ນອກກອງປະຊຸມສຸດຍອດ ອາຊີ - ເອີລົບ (ASEM) ຖືກດຳເນີນຢູ່ປະເທດມົງໂກນ.