ແບບຊິກ ຖືຫວຽດນນາມ ແມ່ນຄູ່ຮ່ວມມືໃຫ້ບຸລິມະສິດດ້ານເສດຖະກິດຢູ່ອາຊີ
ພິທີລົງນາມໃນສັນຍາລະຫວ່າງ ລັດຖະບານປະເທດ ສສ ຫວຽດນາມ
ແລະ ລັດຖະບານລາຊະອານາຈັກແບນຊິກ
(ພາບ: TTXVN)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີເສດຖະກິດ, ບໍລິໂພກ ແລະ ທະເລເໜືອແຫ່ງລາຊະອານາຈັກແບນຊິກ Johan Vande Lantte, ຢ້ຽມຢາມຫວຽດນາມ ແຕ່ວັນທີ 18 – 22/01. ທີ່ການພົບປະເຈລະຈາເຊິ່ງດຳເນີນໄປໃນວັນທີ 20/01, ທ່ານຮອງນາຍົກລັດຖະມົນຕີ Johan Vande Lantte ຢືນຢັນວ່າ ລັດຖະບານແບນຊິກ ປາດຖະໜາ ຢາກພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຕີລາຄາສູງເລື່ອງແບນຊິກ ສືບຕໍ່ສະໜອງທຶນ ODA ໃຫ້ແກ່ຫວຽດນາມ. 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອເພີ່ມທະວີການພົວພັນຮ່ວມມືໃນຫຼາຍຂົງເຂດ, ບົນພື້ນຖານເສີມຂະຫຍາຍທ່າແຮງ ແລະ ຕອບສະໜອງຄວາມຕ້ອງການຂອງແຕ່ລະປະເທດ, ໂດຍສະເພາະແມ່ນໃນຂົງເຂດໃຫ້ບຸລິມະສິດຄື ຄົມມະນາຄົມຂົນສົ່ງ, ພັດທະນາທ່າກໍ່າປັ່ນ, ສິ່ງແວດລ້ອມ.... ເພີ່ມທະວີການສົມທົບກັນລະຫວ່າງບັນດາກະຊວງ, ຂະແໜງການຕ່າງໆຂອງ 2 ປະເທດໃນຂອບເຂດບັນດາຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ການຮ່ວມມືພັດທະນາ, ວິທະຍາສາດ - ເຕັກໂນໂລຊີ. 2 ຝ່າຍເຫັນດີເພີ່ມທະວີການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ.
ພາຍຫຼັງການພົບປະເຈລະຈາ, 2 ຝ່າຍໄດ້ລົງນາມໃນສັນຍາລະຫວ່າງ ລັດຖະບານປະເທດ ສສ ຫວຽດນາມ ແລະ ລັດຖະບານລາຊະອານາຈັກແບນຊິກ.