(ຫດແຜ່ນດິນໄຫວ ຢູ່ນະຄອນ ທ໋າຍໜານ)
(vovworld) – ການເຄື່ອນໄຫວຊອກຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວທີ່ມີຄວາມແຮງ 6,7 ອົງສາ richter ຢູ່ນະຄອນ ທ໋າຍໜານ ຂຶ້ນກັບ ໄຕຫວັນ (ຈີນ) ໃນອາທິດກ່ອນ, ໄດ້ຢຸດຕິໃນວັນທີ 13/02 ພາຍຫລັງຊອກໄດ້ຈຳນວນຜູ້ຫາຍສາບສູນທັງໝົດໄດ້. ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວດັ່ງກ່າວ ແມ່ນ 116 ຄົນ. ຕາມຕົວເລກສະຖິຕິໃໝ່ສຸດ ໃນຈຳນວນຜູ້ເສຍຊີວິດນັ້ນມີ 114 ຄົນຢູ່ຕຶກອາຄານ 17 ຊັ້ນ. ນອກນັ້ນມີ 289 ຄົນໄດ້ຮັບການກູ້ເອົາຊີວິດ. ຢູ່ ໄຕຫວັນ ເຄີຍເກີດເຫດແຜ່ນດິນໄຫວ, ແຕ່ສ່ວນຫລາຍມີຄວາມແຮງໜ້ອຍ.