ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກແລະລັດຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບອີຢູ

ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກແລະລັດຫວຽດນາມຖືເປັນສຳຄັນການພັດທະນາການພົວພັນກັບອີຢູ - ảnh 1
(ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕ້ອນຮັບ​
ຫົວໜ້າ​ຄະນະ​ຜູ້​ແທນ​ສະຫະພາບ​ເອີ​ລົບປະຈຳ​ຫວຽດນາມ)

(vovworld) - ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ກັບອີ​ຢູ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ຄື​ດັ່ງກ່າວ​ທີ່​ການ​ຕ້ອນຮັບ​ທ່ານ​ເອກອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ແທນ​ສະຫະພາບ​ເອີ​ລົບ(ອີ​ຢູ) ປະຈຳ​ຫວຽດນາມ  Franz Jedden ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸ​ດການ​ປະຕິບັດ​ໜ້າ​ທີ່​ການ​ທູດ, ​ໃນ​ວັນ​ທີ 13/8, ຢູ່​ຮ່າ​ໂນ້ຍ. ທີ່​ການ​ຕ້ອນຮັບ, ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງຮອບດ້ານ​ຂອງ​ການ​ພົວພັນ​ຫວຽດນາມ - ອີ​ຢູ ​ໃນ 25 ປີຜ່ານມາ, ນັບ​ແຕ່​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ທ່ານ​ຫວັງ​ວ່າ, ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຄົ້ນ​ຄ້ວາກ​ວ່າ​ອີກ ​ເພື່ອ​ສະ​ເໜີ ​ແລະ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ ​ແລະ ຮູບ​ການ​ຮ່ວມ​ມື ​ເພື່ອ​ທັງ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ, ທັງ​ປະກອບສ່ວນ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ທຸກ​ດ້ານ​ພັດທະນາ. ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊົມ​ເຊີຍ​ເລື່ອງ​ທັງ​ສອງ​ຝ່າຍ ຫາ​ກໍ່​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ອີ​ຢູ (EVFTA); ສະ​ເໜີ​ອີ​ຢູຍູ້​ແຮງ​ວິວັດ​ການ​ໃຫ້​ສັດຕະຍາບັນ ​ແລະ ຜັນ​ຂະຫຍາຍ​ສັນຍາ​ແມ່​ຄູ່​ຮ່ວມ​ມື, ຮ່ວມ​ມື​ຮອບດ້ານ (PAC)  ​ເຊິ່ງທັງ​ສອງ​ຝ່າຍ​ໄດ້​ລົງ​ນາມ​ເມື່ອ​ເດືອນ 6/2012; ​ແລະ ພ້ອມ​ກັບ​ຫວຽດນາມ​ລົງ​ນາມ​ໃນ​ເອກະສານ EVFTA ​ໂດຍ​ໄວ; ທ່ານ​ເລຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ຂອງ​ອີ​ຢູ ທີ່​ມີ​ຕໍ່​ຫຼັກ​ໝັ້ນ​ຂອງ​ອາ​ຊຽນ, ​ໃນ​ນັ້ນ​ມີ​ຫວຽດນາມ, ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ; ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.

ສ່ວນທ່ານ​ Franz Jedden ກໍ່​ຖື​ວ່າ, ການ​ພົວພັນ​ຫວຽດນາມ - ອີ​ຢູ ພວມ​ໃນ​ໄລຍະ​ພັດທະນາ​ດີ​ທີ່​ສຸດ; ​ແລະ ​ເນັ້ນ​ໜັກ​ວ່າ ອີ​ຢູ ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ບຸລິ​ມາ​ສິດ​ສຳຄັນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ​ກໍ່​ໃຫ້​ຮູ້​ວ່າ, ອີ​ຢູ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ຜັນ​ແປ​ຕ່າງໆ​ໃນ​ໄລຍະ​ຜ່ານ​ມາ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ສະໜັບສະໜູນ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ກນຂັດ​ແຍ້​ງດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ​, ບົນ​ພື້ນຖານ​ກົດໝາຍ​ສາກົນ. ທ່ານ​ຢືນຢັນ​ວ່າ​, ​ເຖິງ​ວ່າ​ຈະ​ຢູ່​ໃນ​ຖານະ​ຕຳ​ແໜ່​ງ​ໃດ, ທ່ານ​ກໍ່​ສືບ​ຕໍ່​ປະກອບສ່ວນ​ໃຫ້ການ​ພົວພັນລະຫວ່າງ​ຫວຽດນາມ - ອີ​ຢູ ໃຫ້​ນັບ​ມື້​ນັບ​ດີງາມ ​ແລະ ມີ​ປະສິດທິ​ຜົນ

ຂ່າວ/ບົດ​ອື່ນ