ແລກປ່ຽນທິດທາງຊຸກຍູ້ການພົວພັນຫວຽດນາມ-ອີຢູ

ແລກປ່ຽນທິດທາງຊຸກຍູ້ການພົວພັນຫວຽດນາມ-ອີຢູ - ảnh 1
ພາບປະກອບ

(vovworld) – ​ແຕ່​ວັນ​ທີ 1 – 4/06/2014, ທ່າ​ນຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບູ່​ຍ​ແທງ​ເຊີນ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​​ໄປ​ ບຣຸກ​ແຊນ (ປະ​ເທດ ​ແບນ​ຊິກ),​ ​ເຮັດ​ວຽກ​ກັບ​ການ​ນຳ​ບັນດາ​ອົງການ​ຂອງ ສະຫະພາບ ​ເອີ​ລົບ​ເພື່ອ​ແນ​ໃສ່​ຊອກ​ຮູ້​ກ່ຽວ​ກັບ​​ໂຄງ​ປະກອບ, ລະບອບ​ຂອງ ອີ​ຢູ, ​ແລກປ່ຽນ​ກ່ຽວກັບ​ສະພາບ​ການ​ຕົວ​ຈິງ ​ແລະ ທິດ​ທາງ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື ຫວຽດນາມ - ອີ​ຢູ.

    ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ທ່ານ​ຮອງ​ລັດຖະມົນຕີ ບູ່​ຍ​ແທງ​ເຊີນ ສະ​ເໜີ​ໃຫ້​ລັດຖະສະພາ ​ເອີ​ລົບ ​ແລະ ບັນດາ​ປະ​ເທດ ສະ​ມາ​ຊິກ ອີ​ຢູ ​ໃຫ້​ສັດຕະຍາບັນ​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ການຮ່ວມ​ມື​ຮອບດ້ານ (PCA) ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ໂດຍ​ໄວ, ສະຫງວນ​ໃຫ້ ຫວຽດນາມ ກົດ​ລະບຽບ​ເສດຖະກິດ​ການ​ຕະຫຼາດ​ກ່ອນ​ທີ່ 2 ຝ່າຍ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA) ​ແລະ ຍູ້​ໄວ​ວິວັດ​ການ​ເຈ​ລະ​ຈາ​ເພື່ອ​ໃຫ້ 2 ຝ່າຍ​ສາມາດ​ຈະ​ສ້າງ​ສຳ​ເລັດ EVFTA ກ່ອນ​ທີ່​ຈັດ​ກອງ​ປະຊຸມ​ຂັ້ນ​ສູງ ອາຊີ - ​ເອີ​ລົບ (ASEM 10) ​ໃນ​ເດືອນ 10/2014, ສືບ​ຕໍ່​ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາ​ມສະດວກ​ໃຫ້​ແກ່​ສິນຄ້າ ຫວຽດນາມ ສົ່ງ​ໄປ​ຂາຍ​ຢູ່​ຕະຫຼາດ ອີ​ຢູ.

    ກ່ຽວ​ກັບສະພາບ​ການ​ມໍ່ໆ​ມາ​ນີ້ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ ບູ່​ຍ​ແທງ​ເຊີນ ສະ​ເໜີ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່ ອີ​ຢູ, ​ແບນ​ຊິກ, ບັນ​ດາ​ນັກຮຽນ​ຮູ້ ​ແລະ ວິ​ສາ​ຫະກິດ ​ເອີ​ລົບ ປະກອບສຽງ​ເວົ້າ​ລວມຮຽກຮ້ອງ​ໃຫ້ ຈີນ ​ເຄົາລົບ​ກົດໝາຍ​ສາກົນ, ຖອນ​ຮ້ານ​ເຈາະນ້ຳມັນ ​ແລະ ກຳ​ປັ່ນຄຸ້ມ​ຊູ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​​ໄຫຼ່​ທະວີບ​ຂອງ ຫວຽດນາມ, ​ເຈລະຈາ​ກັບ ຫວຽດນາມ ​ໂດຍ​ໄວ ​ເພື່ອ​ແກ້​ໄຂ​ບັນຫາ​​ໂດຍ​ສັນ​ຕິ​ວິທີ, ປະກອບສ່ວນ​ຮັບປະກັນສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ ​ແລະ ປອດ​ໄພ​ການ​ເດີນ​​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ