ທ່ານນາງ ເຈືອງທິມາຍ, ປະທານກຳມາທິການ
ບັນດາບັນຫາສັງຄົມຂອງສະພາແຫ່ງຊາດຫວຽດນາມ)
(vovworld) - ວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດຫວຽດນາມ ໄດ້ສົມທົບກັບອົງການພັດທະນາຂອງສະຫະປະຊາຊາດ (UNDP) ຈັດກອງປະສຸມສຳມະນາ ກ່ຽວກັບວິທີສຳພັດກັບຄວາມທຸກຍາກດ້ວຍຫຼາຍແງ່ມຸມ, ບົດຮຽນສາກົນ ແລະ ຄວາມສາມາດນຳໃຊ້ຢູ່ຫວຽດນາມ. ເພື່ອຫຼຸດຜ່ອນຄວາມທຸກຍາກຢ່າງໝັ້ນຄົງ, ຕາມບັນດາຜູ້ແທນແລ້ວ, ຕ້ອງຄົ້ນຄວ້າ, ພິຈາລະນາວິທີກຳນົດຄອບຄົວທຸກຍາກ, ຕີລາຄາ, ໄຈ້ແຍກສະພາບທຸກຍາກ... ທ່ານນາງ ເຈືອງທິມາຍ, ປະທານກຳມາທິການບັນດາບັນຫາສັງຄົມຂອງສະພແຫ່ງຊາດຫວຽດນາມ ໃຫ້ຄຳເຫັນວ່າ.
“ບໍ່ແມ່ນເປັນຄັ້ງທຳອິດທີ່ ຫວຽດນາມ ສຳພັດກັບຄວາມສຳນຶກຄວາມທຸກຍາກດ້ວຍຫຼາຍແງ່ມຸມ. ພວກເຮົາໄດ້ສຳພັດດ້ວຍນະໂຍບາຍຫຼາຍແງ່ມຸມ ແຕ່ໃນມາດຖານກຳນົດຄວາມທຸກຍາກ ຍັງບໍ່ທັນສຳພັດກັບມາດຖານທຸກຍາກດ້ວຍຫຼາຍແງ່ມຸມ, ເພາະສະນັ້ນ, ຂ້າພະເຈົ້າຄິດວ່າ ຜ່ານກອງປະຊຸມສຳມະນາຄັ້ງນີ້ ຈະມີບົດຮຽນຈາກບັນດາປະເທດຕື່ມອີກ, ເພີ່ມເຕີ່ມບັນດາຂໍ້ສະເໜີແນະຈາກອົງການພັດທະນາຂອງສະຫະປະຊາຊາດ. ພວກເຮົາຈະຄົ້ນຄວ້າເພື່ອພາຍຫຼັງປີ 2015 ຫວຽດນາມ ຈະມີມາດຖານກຳນົດຄວາມທຸກຍາກຫຼາຍແງ່ມຸນທີ່ເໝາະສົມ, ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງໝັ້ນຄົງ”.