ປະຊາຊົນ ອາເມລິກາ ແຫ່ຂະບວນປະທ້ວງຄັດຄ້ານລັດຖະດຳລັດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump
(ພາບ: AFP/TTXVN)
|
(vovworld) – ປະຊາຊົນນັບໝື່ນຄົນຢູ່ 30 ນະຄອນໃນທົ່ວປະເທດ ອັງກິດ ໄດ້ລົງຖະໜົນແຫ່ຂະບວນປະທ້ວງ ໃນວັນທີ 30/1 ເພື່ອຄັດຄ້ານລັດຖະດຳລັດຄັດຄ້ານຊາວອົບພະຍົບເຂົ້າເມືອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ຢູ່ນະຄອນຫຼວງ ລອນດອນ, ຢ່າງໜ້ອຍສຸດມີກ່ວາ 25.000 ຄົນໄດ້ເຂົ້າຮ່ວມການເດີນຂະບວນປະທ້ວງ, ຢູ່ຕາມຖະໜົນສາຍຕົ້ນຕໍຂອງນະຄອນຫຼວງ ລອນດອນ, ກໍຄືໃນຖະໜົນ Downing Street, ເຊິ່ງແມ່ນບ່ອນຕັ້ງສຳນັກງານຂອງທ່ານນາງນາຍົກລັດຖະມົນຕີ Theresa May. ຜູ້ແຫ່ຂະບວນປະທ້ວງ ໄດ້ຮຽກຮ້ອງບັນດາຜູ້ຮັກຫອມສັນຕິພາບຄັດຄ້ານບັນດານະໂຍບາຍຈຳແນກເຊື້ອຊາດຜິວພັນນີ້ຢ່າງແຮງ. ບັນດາການແຫ່ຂະບວນປະທ້ວງຄັດຄ້ານດັ່ງກ່າວຖືກດຳເນີນໄປໃນສະພາບການທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ພວມມີການປະຕິບັດງານຢູ່ນະຄອນຫຼວງຂອງ Ireland.