ນັກກິລາລອຍນຳ້ ຫງວຽນທິແອ໋ງວຽນ
(ພາບປະກອບ)
(vovworld) - ຕອນບ່າຍວັນທີ 9/10, ນັກກິລາລອຍນຳ້ ຫງວຽນທິແອ໋ງວຽນ ຄວ້າໄດ້ຫຼຽນຄຳໃນການແຂ່ງຂັນລອຍນຳ້ໄລຍະ 200 ແມັດ ຢູ່ງານມະຫາກຳກິລາກອງທັບໂລກປີ 2015, ເຊິ່ງພວມດຳເນີນຢູ່ ສເກົາຫຼີ. ແອ໋ງວຽນ ໄດ້ຮັບໄຊຊະນະດ້ວຍຜົນງານ 2 ນາທີ 13 ວິນາທີ 87 ລິບດາ. ນີ້ແມ່ນສະຖິຕິໃໝ່ສຸດຂອງເນື້ອໃນແຂ່ງຂັນນີ້ ທີ່ງານມະຫາກຳກິລາກອງທັບໂລກ. ສະຖິຕິເກົ່າແມ່ນ 2 ນາທີ 13 ວິນາທີ 92 ລິບດາ.