ແອັດສະປາຍ ອາດຈະກາຍເປັນຈຸດເຄັ່ງຮ້ອນໃໝ່ກ່ຽວກັບບັນຫາຊາວອົບພະຍົບ
(VOVWORLD) - ວັນທີ 08 ກໍລະກົດ, ຫົວໜ້າອົງການປ້ອງກັນຊາຍແດນ ເອີຣົບ (Frontex) ທ່ານ Fabrice Leggeri
ໄດ້ກ່າວເຕືອນເສັ້ນທາງກ້ຳທະເລເມດີແຕຣາເນຕາເວັນຕົກ ຈາກ ມາຣົກ ໄປເຖິງ ແອັດສະປາຍ ອາດຈະກາຍເປັນເສັ້ນທາງຕົ້ນຕໍ່ຂອງຊາວອົບພະຍົບທີ່ຊອກຫາເສັ້ນທາງໄປຫາ ເອີຣົບ ໃນໄລຍະຕໍ່ໄປ. ທ່ານ Fabrice Leggeri ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2017 ຈຳນວນຊາວອົບພະຍົບໄປ ແອັດສະປາຍ ແມ່ນກ່ວາ 6.500 ຄົນ. ເຖິງຢ່າງໃດກໍ່ຕາມ, ສະເພາະແຕ່ເດືອນ ມິຖຸນາ 2018 ມີຊາວອົບພະຍົບໄປ ທີ່ແອັດສະປາຍ ຢ່າງຜິດກົດໝາຍເຖິງ 6.000 ຄົນ.
ປັດຈຸບັນ, ອີຕາລີ ແລະ ເກຼັກ ຍັງຄົງແມ່ນບັນດາປະເທດ ເອີຣົບ ຕ້ອນຮັບຊາວອົບພະຍົບຫລາຍທີ່ສຸດ, ແຕ່ປັດຈຸບັນ, ພວກອາດຊະຍາກອນຄ້າມະນຸດພວມຊອກຫາບັນດາເສັ້ນທາງໃໝ່ ເພື່ອແນໃສ່ພາຳຊາວອົບພະຍົບໄປ ເອີຣົບ ໂດຍຜ່ານເສັ້ນທາງກ້ຳ ແອັດສະປາຍ.