ໂຄງການພັດທະນາ ແຫຼ່ງຊັບພະຍາກອນ ມະນຸດ ຂະແໜງສາທາ ລະນະສຸກ

ໂຄງການພັດທະນາ ແຫຼ່ງຊັບພະຍາກອນ ມະນຸດ ຂະແໜງສາທາ ລະນະສຸກ - ảnh 1

ປະຕິບັດ​ບັນດາ​ມາດ​ຕະການພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຂະ​ແໜງ​ສາທາລະນະ​ສຸກຢ່າງ​ຄົບ​ຊຸດ

(ພາບ:vinhcity.gov.vn)

( vovworld ) – ຕອນ​ເຊົ້າວັນ​ທີ 20/2, ກະຊວງ​ສາທາລະນະ​ສຸກ​ສົມທົບ​ກັບ​ທະນາຄານ​ພັດທະນາ​ອາຊີ ​ແລະ ອົງການ​ພັດທະນາ​ສາກົນ​ອົດ​ສະ​ຕາ​ລີ ​ໄດ້​ຈັດ​ກອງ​ປະຊຸມ​ສະຫລຸບ​ການ​ເຄື່ອນ​ໄຫວ​ປີ 2011 ​ແລະ ​ຜັນ​ຂະຫຍາຍ​ແຜນການ​ປີ 2012 ຂອງ​ໂຄງການ “ລາຍການພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຂະ​ແໜງ​ສາທາລະນະ​ສຸກ“. ກ່າວ​ຄຳ​ເຫັນທີ່​ກອງ​ປະຊຸມ, ທ່ານ​ນາງ ຫງວຽນ​ທິກິມຕຽນ, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ: “ນີ້​ແມ່ນ​ໂຄງການ​ທຳ​ອິດ​ຮັບ​ໃຊ້​ໃຫ້​ແກ່​ບັນຫາພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. ພວກ​ເຮົາ​ພວມ​ສຸມ​ໃສ່​ການ​ບຳລຸງ​ສ້າງ, ​ເຮັດ​ແນວ​ໃດ​ໃຫ້​ຫລັງ​ໂຄງການ, ພື້ນຖານ​ດ້ານ​ວັດຖຸ, ​ເຄື່ອງ​ອຸປະກອນ​ຕ້ອງ​ເພີ່ມ​ຂຶ້ນ​ຢ່າງ​ແທ້​ຈິງ ຕອບສະໜອງ​ການ​ຍົກ​ສູງ​ຂອບ​ຂະໜາດ ​ແລະ ຄຸນ​ນະພາ​ບການ​ບຳລຸງ​ສ້າງ. ພາຍຫລັງ​ໂຄງການ​ນີ້ ພວກເຮົາ​ຫວັງ​ວ່າ ຈະ​ມີ​ບັນດາ​ໂຄງການ​ອື່ນ ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບກວດ ​ແລະ ປີ່​ນປົວ​ພະຍາດ

    ຕາມ​ແຜນການ​ແລ້ວ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ໄດ້​ປະຕິບັດ​ໃນ​ໄລຍະ​ເວລາ 5 ປີ (9/2010-9/2015). ປີ​ນີ້, ​ໂຄງການ​ໄດ້​ສຸມ​ໃສ່​ການ​ປັບປຸງ​ການ​ສ້າງ​ແຜນການ ​ແລະ ​ຄຸ້ມ​ຄອງແຫຼ່ງຊັບພະຍາກອນ​ມະນຸດ​ຂະ​ແໜງ​ສາທາລະນະ​ສຸກ, ຍົກ​ລະດັບ​ເຄື່ອງ​ອຸປະກອນ​ການ​ສິດສອນ, ​ເພີ່ມ​ທະວີ​ຄຸນ​ນະພາ​ບບັນດາ​ຮາກ​ຖານບຳລຸງ​ສ້າງ…

ຂ່າວ/ບົດ​ອື່ນ