(vovworld) - ວັນທີ 27/5, ສະມາຄົມເຄື່ອງສີລະປະກຳ ແລະ ປຸງແຕ່ງໄມ້ນະຄອນ ໂຮ່ຈີມິນ (ຫຼື HAWA), ຫ້ອງການການຄ້າ ແລະ ອຸດສາຫະກຳ ແຂວງ Pordenone (ອີຕາລີ), ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ອີຕາລີ ປະຈຳ ຫວຽດນາມ (ICHAM), ຈັດຕັ້ງໂຄງການເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ອີຕາລີ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວນອນໃນຂອບເຂດການສົ່ງເສີມການພົວພັນຄູ່ຮ່ວມມືເສດຖະກິດພັດທະນາກຸ່ມອຸດສາຫະກຳ, ເພື່ອຊ່ວຍໃຫ້ວິສາຫະກິດ 2 ປະເທດແລກປ່ຽນຂໍ້ມູນຂ່າວສານ, ມອບໂອນເຕັກໂນໂລຢີ ແລະ ມີບັນດາການພົວພັນທຳມາຫາກິນໃໝ່. ຕາມທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ອີຕາລີ ປະຈຳ ຫວຽດນາມ Lozenro Angeloni ແລ້ວ, ຄະນະວິສາຫະກິດເຂົ້າຮ່ວມລາຍການຄັ້ງນີ້ເພື່ອແນໃສ່ຊອກຫາຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ, ຍາດແຍ່ງກາລະໂອກາດສຳພັດໂດຍກົງກັບວິສາຫະກິດຜະລິດໄມ້ ແລະ ຂະແໜງອື່ນໆຈຳນວນໜຶ່ງ, ພ້ອມທັງໜູນຊ່ວຍບັນດາວິສາຫະກິດຂະແໜງນ້ອຍ ແລະ ກາງ ຫວຽດນາມ ພັດທະນາຮ່ວມມືສາກົນ. ໃນຂອບເຂດໂຄງການ, ນອກຈາກເລື່ອງພົບປະແລກປ່ຽນ, ຄະນະວິສາຫະກິດ ອີຕາລີ ຍັງມີການຢ້ຽມຢາມ, ສຳຫຼວດຕົວຈິງຢູ່ບາງບໍລິສັດ, ໂຄງງານຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນທາງພາກໃຕ້. ໂຄງການຈະດຳເນີນຮອດວັນທີ 30/5.