ໂຄສະນາການທ່ອງທ່ຽວຫວຽດນາມຢູ່ນອກແວ
ທ່ານນາງ ເລທິຕວຽດມາຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳນອກແວ ແນະນຳກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວພົ້ນເດັ່ນບາງແຫ່ງຂອງ ຫວຽດນາມ
(ພາບ: ສະຖານທູດ ຫວຽດນາມ ປະຈຳນອກແວສະໜອງ)
(vovworld) – ໄລຍະຜ່ານມາ, ຢູ່ນະຄອນຫຼວງ Oslo, ສະຖານທູດ ຫວຽດນາມ ປະຈຳ ນອກແວ ສົມທົບກັບບໍລິສັດທ່ອງທ່ຽວບາງແຫ່ງຂອງ 2 ປະເທດຈັດຕັ້ງກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວ ຫວຽດນາມ ຢູ່ບັນດາຕະຫຼາດ ເອີລົບເໜືອນີ້. ນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງສະຖານທູດ ຫວຽດນາມ ເພື່ອແນໃສ່ເພີ່ມຈຳນວນແຂກທ່ອງທ່ຽວ ນອກແວ ມາຢ້ຽມຢາມ ຫວຽດນາມ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ. ນະທີ່ນີ້, ທ່ານນາງ ເລທິຕວຽດມາຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳນອກແວ ແນະນຳກ່ຽວກັບປະເທດຊາດ, ວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວພົ້ນເດັ່ນບາງແຫ່ງຂອງ ຫວຽດນາມ, ໃນນັ້ນພິເສດໄດ້ເນັ້ນໜັກເຖິງບັນດາມໍລະດົກທຳມະຊາດ, ມໍລະດົກວັດທະນະທຳ ແລະ ມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກຢູ່ ຫວຽດນາມ ທີ່ໄດ້ຮັບການຮັບຮູ້ຈາກອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO). ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ສະແດງຄວາມຫວັງວ່າ: ນັບມື້ນັບມີແຂກທ່ອງທ່ຽວ ນອກແວ ຫຼາຍຄົນ ມາຢ້ຽມຢາມ ແລະ ຄົ້ນຫາປະເທດຊາດ, ວັດທະນະທຳ ຫວຽດນາມ, ປະກອບສ່ວນພັດທະນາການພົວພັນແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງ 2 ປະເທດ. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນ ແລະ ຜູ້ຕາງໜ້າບັນດາບໍລິສັດທ່ອງທ່ຽວກໍ່ໄດ້ຮັບຟັງແນະນຳກ່ຽວກັບວັດທະນະທຳດ້ານອາຫານການກິນ ແລະ ໄດ້ຊີມອາຫານພື້ນເມືອງຂອງ ຫວຽດນາມ, ທີ່ເຄີຍໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາທ່າແຮງດຶງດູດແຂກທ່ອງທ່ຽວຕ່າງປະເທດ. ຜູ້ຕາງໜ້າບາງບໍລິສັດທ່ອງທ່ຽວ ນອກແວ ຕີລາຄາວ່າ: ຫວຽດນາມ ພວມພົ້ນເດັ່ນຂຶ້ນຄືດັ່ງຈຸດນັດພົບໃໝ່ດຶງດູດແຂກທ່ອງທ່ຽວສາກົນ.