ໂຄສະນາຜະລິດຕະພັນສິລະປະຫັດຖະກຳຫວຽດນາມ ຢູ່ອີຕາລີ
ຮ້ານວາງສະແດງຂອງຫວຽດນາມ
(ພາບ: vietnamplus.vn)
(vovworld) – ວັນທີ 29/11, ງານຕະຫຼາດນັດຜະລິດຕະພັນສິລະປະຫັດຖະກຳສາກົນ (AF – L’ARTIGIANO) ຄັ້ງທີ 19 ຖືກໄຂຂຶ້ນຢູ່ສູນວາງສະແດງນະຄອນມີລານ, ປະເທດອີຕາລີ. ມີວິສາຫະກິດນັບພັນແຫ່ງທີ່ມາຈາກກວ່າ 100 ປະເທດເຂົ້າຮ່ວມງານຕະຫຼາດດັ່ງກ່າວ. ຫວຽດນາມ ມີວິສາຫະກິດ 50 ແຫ່ງເຂົ້າຮ່ວມງານຕະຫຼາດນັດ. ບັນດາວິສາຫະກິດຫວຽດນາມ ໄດ້ແນະນຳເຖິງເພື່ອນມິດສາກົົນບັນດາຜະລິດຕະພັນທີ່ມີທ່າແຮງຂອງຫວຽດນາມຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ຜະລິດຕະພັນສິລະປະຫັດຖະກຳ, ກະສິກຳ, ເຄື່ອງທີ່ລະນຶກ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ຫງວຽນຮ່ວາງລອງ ຢືນຢັນວ່າ, ດ້ວຍບັນດາຜະລິດຕະພັນທີ່ໄດ້ນຳມາວາງສະແດງທີ່ງານຕະຫຼາດນັດ, ນອກຈາກການໂຄສະນາບັນດາຜະລິດຕະພັນຫັດຖະກຳທີ່ມີຫຼາຍຮູບຫຼາຍແບບ ແລະ ມີຊື່ສຽງຂອງຫວຽດນາມແລ້ວ, ບັນດາວິສາຫະກິດກໍ່ນຳມາໃຫ້ເພື່ອນມິດສາກົນຮູບພາບກ່ຽວກັບປະເທດຫວຽດນາມ ທີ່ສວຍງາມ, ໃກ້ຊິດສະໜິດສະໜົມ. ງານຕະຫຼາດນັດຈະແກ່ຍາວຮອດວັນທີ 08/12 ຈຶ່ງຈະອັດລົງ.