ໂຄສະນາຮູບພາບຫວຽດນາມຜ່ານຮູບເງົາ “Kong: Skull Island”
ຄະນະນັກຖ່າຍທຳຮູບເງົາ “Kong: Skull Island”
(ພາບ: thethaovanhoa)
(vovworld) – ວັນທີ 21/02, ຄະນະນັກຖ່າຍທຳຮູບເງົາ “Kong: Skull Island” ທີ່ມາຈາກ Hollywood, ປະເທດອາເມລິກາ ໄດ້ຈັດກອງປະຊຸມຂ່າວຢູ່ຮ່າໂນ້ຍ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເວືອງຢຸຍບຽນ ແລະ ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Ted Osius ໄດ້ເຂົ້າຮ່ວມການປະຊຸມຂ່າວ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານເອກອັກຄະລັດຖະທູດ Ted Osius ຖືວ່າ, ຄະນະນັກຖ່າຍທຳຮູບເງົາ “Kong: Skull Island” ຈະມີຄວາມຕົກສະເງີ້ຕໍ່ທຳມະຊາດທີ່ສວຍງາມຂອງຫວຽດນາມ. ທ່ານ Ted Osius ກໍໃຫ້ຮູ້ວ່າ, ເລື່ອງຖ່າຍທຳຮູບເງົາຢູ່ຫວຽດນາມ ຄັ້ງນີ້ ຈະຍົກໃຫ້ເຫັນບັນດາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວທີ່ຈັບໃຈຂອງຫວຽດນາມ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງບັນດາຂະແໜງອຸດສາຫະກຳລະຫຼິ້ນບັນເທິງຂອງຫວຽດນາມ ແລະ ອາເມລິກາ ເລິກເຊິ່ງກວ່າ. ຕາມແຜນການ, ຄະນະນັກຖ່າຍທຳຮູບເງົາເລີ່ມຖ່າຍທຳແຕ່ວັນທີ 22/02 ຢູ່ນິງບິ່ງ. ຄະນະນັກຖ່າຍທຳຮູບເງົາຈະເຮັດວຽກຢູ່ນິງບິ່ງ, ຮ້າລອງ ແລະ ກວາງບິ່ງ ໃນເວລາ 1 ເດືອນ.