ໂຄສະນາເຂົ້າສານ, ໝາກໄມ້ຂອງເຂດທົ່ງ ພຽງແມ່ນ້ຳຂອງ


ໂຄສະນາເຂົ້າສານ, ໝາກໄມ້ຂອງເຂດທົ່ງ ພຽງແມ່ນ້ຳຂອງ - ảnh 1

​(ພາບ: vov)

 (vovworld)- ​ ວັນ​ທີ 2/11, ​ແຂວງ​ຊອກ​ຈັງ ​ໄດ້​ໄຂ​ງານ​ຕະຫຼາດນັດ ວາງສະ​ແດງ “​ເຂົ້າສານຫອມ-​ສິນ​ໃນ​ນ້ຳ-ໝາກ​ໄມ້ປອດ​ດສານ​ພິດ-​ການ​ຄ້າ ​ແລະ ການທ່ອງທ່ຽວ​ເຂດ​ທົ່ງພຽງ​ແມ່ນ້ຳຂອງທາງ​ພາກ​ໃຕ້​ຫວຍ​ດນາມ​ປີ 2014“. ​ເຫດການ​ນີ້​ນອນ​ໃນ​ໂຄງການ​ເວທີ​ປາໄສຮ່ວມ​ມື​ເສດຖະກິດເຂດ​ທົ່ງພຽງ​ແມ່ນ້ຳຂອງ-ຊອກ​ຈັງ 2014 ຊື່​ງຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 5-7/11. ງານ​ຕະຫຼາດນັດ-ວາງສະ​ແດງ​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ກ່ວາ 200 ຫົວໜ່ວຍ​ດ້ວຍ​ຮ້າງ​ວາງສະ​ແດງ​ສິນຄ້າ​ກ່ວາ 600 ຮ້ານ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການຕ່າງໆ​ຂອງ​ສູນ​ກາງ, ນະຄອນ​ຫຼວງຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ. ທ່ານ​ເຈິ່ນ​ແທ່ງ​ງຽບ, ຮອງ​ປະທານ​ຜູ້​ປະຈຳ​ຄະນະ​ກຳມະການ ປຊຊ ​ແຂວງ​ຊອກ​ຈັງ, ຫົວໜ້າ​ຄະນະ​ຈັດຕັ້ງງານ​ຕະຫຼາດນັດ​ໃຫ້​ຮູ້​ວ່າ:

  “ຜ່ານງານຕະຫຼາດນັດຄັ້ງນີ້, ພວກເຮົາຈະເຫັນໄດ້ການພັດທະນາຂອງຜະລິດຕະພັນກະເສດຂອງບັນດເຂດພາກ. ນອກນັ້ນ, ພວກເຮົາຍັງເຫັນໄດ້ຄວາມກ້າວໜ້າໃນການໝູນໃຊ້ວິທະຍາສາດເຕັກໂນໂລຊີ, ​ເຕັກນິກເພື່ອນຳເຂົ້າຮັບໃຊ້ການຜະລິດ, ຊຸກຍູ້ຜະລິດຕະພັນກະເສດພັດະນາດີກ່ວາອີກ“./.

ຂ່າວ/ບົດ​ອື່ນ