ໂຄສະນາເຜີຍແຜ່ຜົນກອງປະຊຸມ ສູນກາງຄັ້ງທີ 6 ຊຸດທີ 11

ໂຄສະນາເຜີຍແຜ່ຜົນກອງປະຊຸມ ສູນກາງຄັ້ງທີ 6 ຊຸດທີ 11  - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Tong Thi Phong
(ພາບ: google.com.vn)

​(vovworld) - ວັນ​ທີ 21/10, ຢູ່​ຮ່າ​ໂນ້ຍ, ອົງຄະນະ​ພັກຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ໄດ​ຈັດ​ຕັ້ງ​ກອງ​ປະຊຸມ​ໂຄສະນາ​ເຜີຍ​ແຜ່ຜົນ​ກອງ​ປະຊຸມ​ຄັ້ງ​ທີ 6 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ​ເຖິງ​ໝູ່​ພະນັກງານ, ສະມາຊິກ​ພັກ​ທັງ​ໝົດ​ຂອງອົງຄະນະ​ພັກຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ເຂດ​ພາກ​ເໜືອ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Tong Thi Phong ​​ເນັ້ນ​ໜັກ​ວ່າ:

        ”​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ທັດສະນະ, ​ແນວ​ຄິດ​ທີ່​ເປັນ​ພື້ນຖານ​ຂອງ​ມະຕິ​ສູນ​ກາງ 6 ນັ້ນ​, ພວກ​ເຮົາ​​ໄດ້ສຸມ​ໃສ່​ປຶກສາ​ຫາລື​​ລັດຖະທຳ​ມະນູນ, ປຶກສາ​ຫາລື​ບັນດາ​ວຽກ​ງານ​ທີ່​ກ່ຽວຂ້ອງ​ເຖິງ​ບຸກຄະລາ​ກອນ ​ເຊິ່ງສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ​ແລະ ​ເຊັນ​ອະນຸມັດ, ນີ້​ແມ່ນ​ບັນດາ​ວຽກ​ງານ​ທີ່​ຈຳ​ເປັນ​ທີ່​ສຸດ, ພ້ອມ​ກັບ​ກົນ​ໄກ​ພົວພັນ​ຕ່າງປະ​ເທດ, ກົນ​ໄກ​ປ້ອງ​ກັນ​ພາຍ​ໃນ. ການ​ບຸກ​ໂຈມ​ຕີ​ຂອງ​ສັດຕູ​ພາຍ​ນອກ, ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ໃນ​ປະຈຸ​ບັນ…ອີກ​ດ້ວຍ ”

        ພາຍຫຼັງ​ກອງ​ປະຊຸມ​ນີ້, ອົງຄະນະ​ພັກ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ສືບ​ຕໍ່​ຈັດ​ຕັ້ງ​ການ​ໂຄສະນາ​ເຜີຍ​ແຜ່​ຜົນ​ຂອງ​ກອງ​ປະຊຸມ​ສູນ​ກາງ 6 ​ເຖິງ​ພະນັກງານ, ສະມາຊິກ​ພັກ ຂອງ​ອົງການ​ຜູ້​ຕ່າງ​ໜ້າ​ຢູ່​​ເຂດ​ພາກ​ໃຕ້, ພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ.

ຂ່າວ/ບົດ​ອື່ນ