ໂຊມາລີປາດຖະໜາຢາກຮ່ວມມືຫຼາຍດ້ານກັບອາຊຽນ
ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ສົ່ງເສີມ
ການລົງທຶນ ໂຊມາລີ Khalid Omar Ali
(ພາບ: AP)
|
(vovworld) – ທີ່ການພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິງ ໃນວັນທີ 24/4, ຢູ່ນະຄອນຫຼວງ Jakarta, ປະເທດ ອິນໂດເນເຊຍ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ສົ່ງເສີມການລົງທຶນ ໂຊມາລີ Khalid Omar Ali ໃຫ້ຮູ້ວ່າ: ໂຊມາລີ ປາດຖະໜາຢາກຮ່ວມມືກັບບັນດາປະເທດສະມາຊິກ ອາຊຽນ ໃນບັນດາຂົງເຂດຄື: ຕ້ານການກໍ່ການຮ້າຍ, ພັດທະນາການສຶກສາ, ການຄ້າ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ (FDI). ທ່ານລັດຖະມົນຕີ Khalid ຫວັງວ່າຈະບັນລຸໄດ້ການຮ່ວມມືກັບ ອາຊຽນ ໃນບັນດາຂົງເຂດບຳລຸງສ້າງວິຊາຊີບໃຫ້ແກ່ກຳລັງຊາວໜຸ່ມ, ເຍົາວະຊົນ, ກໍ່ຄືຮ່ຳຮຽນເອົາບົດຮຽນໃນການປະກາດໃຊ້ກົດໝາຍວ່າດ້ວຍການລົງທຶນຈາກຕ່າງປະເທດເພື່ອເພີ່ມແຫຼ່ງທຶນ FDI. ທ່ານ Khalid ກໍ່ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ໂຊມາເນຍ Hassan Sheikh Mohamud ພວມມີແຜນການຢ້ຽມຢາມບັນດາປະເທດສະມາຊິກ ອາຊຽນ ໃນປີນີ້ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມື.
ສ່ວນທ່ານເລຂາທິການໃຫຍ່ ເລເລືອງມິງ ຊົມເຊີຍບັນດາຄວາມເອົາໃຈໃສ່ຂອງ ໂຊມາລີ ເຂົ້າຮ່ວມສົນທິສັນຍາສະໜິດສະໜົມ ແລະ ຮ່ວມມື (TAC) ຢູ່ ອາຊີຕາເວັນອອກສ່ຽງໃຕ້, ສະເໜີໃຫ້ ໂຊມາລີ ຕັ້ງໜ້າຊອກຫາບັນດາຂົງເຂດມີຄວາມສາມາດບົ່ມຊ້ອນອາດຈະຮ່ວມມືກັບ ອາຊຽນ ເຊິ່ງລວມມີ: ການຄ້າ, ການລົງທຶນ, ການເຊື່ອມຕໍ່ປະຊາຊົນ, ພັດທະນາການສອນວິຊາຊີບ ແລະ ກາລະໂອກາດບຳລຸງສ້າງໃຫ້ແກ່ຊາວໜຸ່ມ.