(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 237 ປີແຫ່ງວັນສະຖາປະນາສະຫະລັດ ອາເມລິກາ (04/07/1776 - 04/07/2013), ວັນທີ 03/07/2013, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຝາກໂທລະເລກອວຍພອນເຖິງທ່ານປະທານາບໍດີ ອາເມລິກາ Barack Obama.
ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ຝາກໂທລະເລກອວຍພອນເຖິງທ່ານປະທານສະພາສູງອາເມລິກາ Joe Biden, ທ່ານປະທານສະພາຕໍ່າ ອາເມລິກາ John Boehner.
ແລະກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ຝາກໂທລະເລກອວຍພອນເຖິງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry.