(VOVWORLD) - ປັດຈຸບັນ, ລັດຖະບານໂປໂລຍພວມຖືກກົດດັນຈາກຝ່າຍຄ້ານ ເຊິ່ງຮຽກຮ້ອງໃຫ້ເລື່ອນການເລືອກຕັ້ງປະທານາທິບໍດີ ເຊິ່ງຄາດຄະເນວ່າຈະດຳເນີນໃນເດືອນພຶດສະພາຈະມາເຖິງ.
ພາບປະກອບ (TTXVN) |
ວັນທີ 22 ມີນາ, ໂປໂລຍໄດ້ຈັດຕັ້ງ 6 ການເລືອກຕັ້ງເພີ່ມເຕີມໃນທົ່ວປະເທດ, ໂດຍບໍ່ຫົວຊາຕໍ່ບັນດາມາດຕະການຈຳກັດໃນປັດຈຸບັນຍ້ອນໂລກລະບາດ Covid – 19. ບັນດາມາດຕະການປ້ອງກັນສຸຂະພາບໄດ້ຮັບການປະຕິບັດເພື່ອແນໃສ່ຂັ້ນຕອນການປ່ອນບັດຢູ່ບັນດາສະຖານທີ່ເລືອກຕັ້ງເພີ່ມເຕີມໄດ້ດຳເນີນຢ່າງມີຄວາມສະດວກ. ຕາມນັ້ນແລ້ວ, ຜ້າອັດປາກ - ອັດດັງ, ນ້ຳຢາຂ້າເຊື້ອ ແລະ ຖົງມືໄດ້ສະໜອງໃຫ້ແກ່ບັນດາຜູ້ສະໝັກເລືອກຕັ້ງຢູ່ຕາມບັນດາສະຖານທີ່ປ່ອນບັດ.