ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 85 ລ້ານ​ຄົນ

(VOVWORLD) -  ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 3 ມັງກອນ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດເກືອບ 85 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ ກ່ວາ 1,84 ລ້ານຄົນ.

ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 85 ລ້ານ​ຄົນ - ảnh 1ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນຢູ່ອິດສະລາແອັນ (ພາບ: TTXVN)

ອາເມລິກາຍັງ ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19. ສະເພາະວັນທີ 2 ມັງກອນ, ປະເທດນີ້ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສູງທີ່ສຸດ ດ້ວຍຈຳນວນກ່ວາ 277.000 ຄົນ. ດັ່ງນັ້ນ, ປັດຈຸບັນ ອາເມລິກາມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 21 ລ້ານຄົນ ແລະ ມີຜູ້ເສຍຊີວິດ ເກືອບ 360.000 ຄົນ. ຖັດຈາກອາເມລິກາແມ່ນ ອິນເດຍ ແລະ ບຣາຊິນ.

ຢູ່ອາຊີ, ຕາມອົງການຄວບຄຸມ, ສະກັດກັ້ນ, ຕ້ານ  ພະຍາດຕິດແປດ ສ.ເກົາຫຼີ (KDCA) ແລ້ວ, ໃນ 1 ວັນທີ່ຜ່ານມາ, ປະເທດນີ້ໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 657 ຄົນ ແລະ ມີຜູ້ເສຍຊີວິດໃໝ່ຕື່ມອີກ 20 ຄົນ.

ກ່ຽວຂ້ອງເຖິງບັນຫາ ວັກຊິນ, ອິດສະລາແອັນໄດ້ກາຍເປັນປະເທດນຳໜ້າໂລກ ກ່ຽວກັບອັດຕາສັກວັກຊິນ ເມື່ອໄດ້ສຳເລັດບັ້ນສັກວັກຊິນ ກັນພະຍາດໂຄວິດ - 19 ຄັ້ງທຳອິດ ໃຫ້ແກ່ປະຊາຊົນກ່ວາ 1 ລ້ານຄົນ, ກວມເອົາກ່ວາ 10% ຂອງປະຊາກອນ.

ສ່ວນຢູ່ ຫວຽດນາມ, ຕາມເວັບໄຊກ່ຽວກັບໂລກລະບາດໂຄວິດ - 19 ຂອງກະຊວງສາທາລະນະສຸກ ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 02 ມັງກອນ ຈົນຮອດເວລາ 18 ໂມງຂອງວັນທີ 3 ມັງກອນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດລາຍໃໝ່ຕື່ມອີກ 12 ຄົນ, ທຸກຄົນລ້ວນແຕ່ມາຈາກຕ່າງປະເທດ. ດັ່ງນັ້ນໄລ່ຮອດເວລາ 18 ໂມງຂອງວັນທີ 3 ມັງກອນ 2021, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 1494 ຄົນໃນນັ້ນມີ ຜູ້ເສຍຊີວິດ 35 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ