ໂຮນລັງແລະຈີນເພີ່ມທະວີການພົວພັນ
ເຈົ້າຊີວິດ ໂຮນລັງ Willem – Alexander ຕ້ອນຮັບ ທ່ານປະທານປະເທດ ຈີນ ສື້ຈີ້ນຜິງ (ເບື້ອງຊ້າຍ)
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)
(vovworld) – ວັນທີ 22/3, ທ່ານປະທານປະເທດ ຈີນ ສື້ຈີ້ນຜິງ ໄດ້ເຂົ້າຢ້ຽມຂຳ່ນັບເຈົ້າຊີວິດ ໂຮນລັງ Willem – Alexander ຢູ່ນະຄອນຫຼວງ Amsterdam ໃນການຢ້ຽມຢາມຄັ້ງທຳອິດຂອງປະທານປະເທດ ຈີນ ຜູ້ໜຶ່ງໄປຍັງປະເທດ ເອີລົບ, ນັບແຕ່ 2 ປະເທດສ້າງຕັ້ງສາຍພົວພັນທາງການທູດ. ເຈົ້າຊີວິດ ໂຮນລັງ Willem – Alexander ຕີລາຄາສູງການພົວພັນລະຫວ່າງ 2 ປະເທດ, ພ້ອມທັງສະແດງຄວາມປາດຖະໜາວ່າ ໂຮນລັງ ຈະແມ່ນຄູ່ຮ່ວມມືທີ່ດີຂອງ ຈີນ ຜ່ານການເພີ່ມທະວີແລກປ່ຽນວັດທະນະທຳ ແລະ ການຮ່ວມມືແທດຈິງໃນຫຼາຍຂົງເຂດ. ສ່ວນການນຳ ຈີນ ເນັ້ນໜັກວ່າ: ການພົວພັນຮ່ວມມືກັບ ໂຮນລັງ ຍາມໃດກໍ່ນຳໜ້າໃນການຮ່ວມມືຂອງ ຈີນ ກັບບັນດາປະເທດ ເອີລົບ. ທ່ານ ສືຈີ້ນຜິງ ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະແລກປ່ຽນກັບບັນດາການນຳ ໂຮນລັງ ກ່ຽວກັບການກຳນົດທິດອະນາຄົດຂອງການພັດທະນາການພົວພັນ 2 ຝ່າຍ, ປະກອບສ່ວນຮນຳການພົວພັນຂອງ 2 ປະເທດຂຶ້ນສູ່ລະດັບສູງໃໝ່ ແລະ ຊຸກຍູ້ການພົວພັນລະຫວ່າງ ຈີນ ແລະ ເອີລົບ ຍິ່ງກ່ວາອີກ. ທີ່ການເຈລະຈາ, ທ່ານ ສື້ຈີ້ນຜິງ ແລະ ເຈົ້າຊີວິດ ໂຮນລັງ ກໍ່ໄດ້ປຶກສາຫາລືກ່ຽວກັບການເຄື່ອນໄຫວດ້ານການເງິນ ແລະ ຕ້ານກໍ່ການຮ້າຍ. 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການພົວພັນເພື່ອພ້ອມກັນຮັບມືຕໍ່ກັບບັນດາສິ່ງທ້າທາຍທົ່ວໂລກ.