ພະລາຊີນີ ໂຮນລັງ Beatrix
ພາບ: baomoi.com
|
(vovworld) - ພະລາຊີນີ ໂຮນລັງ Beatrix ຫາກໍ່ຮຽກຮ້ອງໃຫ້ຍຸບເລິກສະພາແຫ່ງຊາດປະເທດນີ້ ເພື່ອເປີດຊອ່ງທາງໃຫ້ແກ່ການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາ. ພະລາຊີນີ Beatrix ໄດ້ມີການເຮັດວຽກກັບ ນາຍົກລັດຖະມົນຕີ Mark Rutte. ກ່ອນຫນ້ານັ້ນ ທ່ານ Mark Rutte ໄດ້ຍື່ນໃບຄຳຮ້ອງຂໍລາອອກຈາກຕຳແຫນ່ງຂອງລັດຖະບານຕໍ່ຜູ້ນຳ ຂອງລັດ, ຍ້ອນບັນດາການເຈລະຈາກ່ຽວກັບແຜນການປະຢັດເພື່ອຊ່ວຍປະເທດນີ້ຫລຸດພົ້ນອອກຈາກວິກິດການຖືກພັງທະລາຍ. ສະພາແຫ່ງຊາດຢາກຈັດການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາດຳເນີນໄປໃນວັນທີ 12/9/2012. ວັນທີ 27/4, ລັດຖະບານໃກ້ໝົດອາຍຸການຂອງໂຮນລັງ ຈະຍົກອອກຂໍ້ຕົກລົງສຸດທ້າຍກ່ຽວກັບວັນເລືອກຕັ້ງທົ່ວປະເທດ.