ໃນໂອກາດບຸນເຕັດມີຜູ້ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນເກືອບ 25.000ເທື່ອຄົນ

ໃນໂອກາດບຸນເຕັດມີຜູ້ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນເກືອບ 25.000ເທື່ອຄົນ - ảnh 1
(ໃນໂອກາດບຸນເຕັດມີຜູ້ເຂົ້າສຸສານໄຫວ້ອາໄລ
ປະທານໂຮ່ຈີມິນເກືອບ 25.000 ເທື່ອຄົນ)

(vovworld) - ໃນ​ໂອກາດ​ບຸນ​ເຕັດປີ​ມະ​ແມ 2015, ມີປະຊາຊົນ​ທຸກ​ຊັ້ນ​ວັນນະ ​ແລະ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​​ເປັນ​ຈຳນວນ​ຫຼວງ​ຫຼາຍໄດ້​ມາຢາມສະ​ໜາມ​ຫຼວງ​ບາ​ບິ່ງ, ຮ່າ​ໂນ້ຍ ​ແລະ ​ເຂົ້າ​ສຸສານ​ໄຫວ້​ອາ​ໄລ​ປະທານ​ໂຮ່ຈີ​ມິນ​, ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ຕໍ່​ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ຊາດ​ຫວຽດນາມ. ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ຄະນະ​ຄຸ້ມ​ຄອງ​ເຂດ​ສຸສານ​ປະທານ​ໂຮ່ຈີ​ມິນ​ແລ້ວ, ​ໃນ​ໂອກາດ​ນີ້​ມີ​ເກ​ືອບ 25.000 ​ເທື່ອ​ຄົນເຂົ້າ​ສຸສານ​ໄຫວ້​ອາ​ໄລ​ປະທານ​ໂຮ່ຈີ​ມິນ​; ​ໃນ​ນັ້ນ​ມີ​ແຂກ​ຕ່າງປະ​ເທດ​ເກືອບ 13.000 ​ເທື່ອ​ຄົນ. ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ແລະ ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດເຂົ້າ​ສຸສານ​ໄຫວ້​ອາ​ໄລ​ປະທານ ​ໂຮ່ຈີ​ມິນ ​ໃນ​ໂອກາດບຸນ​ເຕັດ. ຄະນະ​ຄຸ້ມ​ຄອງ​ສຸສານ​ປະທານ​ໂຮ່ຈິ​ມິນ ​ໄດ້​ປະດັບ​ປະດາ​ເຂດ​ສະໜາມ​ຫຼວງ​ບາ​ດິ່ງ, ​ແຕ່ງ​ຕັ້ງພະນັກງານ, ນັກຮົບ​ຕ້ອນຮັບ​​ແຂກ​ຢ່າງ​ລອບ​ຄອບ, ຖືກ​ຕາມ​ຂໍ້​ກຳນົດ.

ຂ່າວ/ບົດ​ອື່ນ