ໃນ5ເດືອນທົ່ວປະເທດສົ່ງອອກເກີນດຸນ1,36ຕື້ໂດລາສະຫະລັດ
(ພາບປະກອບ)
(vovworld) – ຕາມກົມໃຫຍ່ສະຖິຕິຫວຽດນາມ, ວົງເງິນສີນຄ້າ ສົ່ງອອກ ໃນ 5 ເດືອນຜ່ານມາ ຄາດວ່າບັນລຸ 67,6 ຕື້ໂດລາສະຫະລັດ, ເພີ່ມ 6,6% ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ. ແຕ່ຕົ້ນປີເຖິງປັດຈຸບັນ, ທົ່ວປະເທດສົ່ງອອກເກີນດຸນ 1,36 ຕື້ໂດລາສະຫະລັດ. ໃນນັ້ນ ຂົງເຂດເສດຖະກິດ ໃນປະເທດນຳເຂົ້າເກີນດຸນ 7,74 ຕື້ໂດລາສະຫະລັດ; ຂົງເຂດທີ່ມີທຶນການລົງທຶນຈາກຕ່າງປະເທດ ມີວົງເງິນສົ່ງອອກເກີນດຸນບັນລຸ 9,1 ຕື້ໂດລາສະຫະລັດ.