ໃຫ້ບຸລິມະສິດສູງສຸດໃຫ້ແກ່ຜູ້ມີຄຸນງາມຄວາມດີ

ໃຫ້ບຸລິມະສິດສູງສຸດໃຫ້ແກ່ຜູ້ມີຄຸນງາມຄວາມດີ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນເຮັດ​ວຽກ​ກັບ​ສະມາຄົມ​ອະດີດ​ຊາວ​ໜຸ່ມຕະລຸມ​ບ່ອນ
(ພາບ:VGP/Từ Lương)

(vovworld) – ທີ່​ການ​ເຮັດ​ວຽກ​ກັບ​ສະມາຄົມ​ອະດີດ​ຊາວ​ໜຸ່ມຕະລຸມ​ບ່ອນ ຫວຽດນາມ ​​ໃນ​ຕອນ​ບ່າຍ​ວັນ​ທີ 22/10, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ: ພັກ ​ແລະ ລັດ​ຍາມ​ໃດ​ກໍ່​ຈົດ​ຈຳ​ບູນ​ຄຸນ​ຂອງ​ບັນດາ​ອະດີດ​ຊາວ​ໜຸ່ມ​ຕະລຸມ​ບ່ອນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ໃຫ້ສະມາຄົມ​ຊາວ​ໜຸ່ມ​ຕະລຸມ​ບ່ອນ ຫວຽດນາມ ​ຂັ້ນ​ຕ່າງໆ ​ແລະ ບັນດາ​ອົງການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ​ຂັ້ນ​ຮາກ​ຖານ​ເພີ່ມ​ທະວີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ຍັງ​ຄົງ​ຄ້າງ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ກວດກາ​ຄືນ​ນະ​ໂຍບາຍ​ໃຫ້​ຜູ້​ມີ​ຄຸນງາມຄວາມດີ​ໃນ​ໄຕ​ມາດ​ທີ 1 ປີ 2014. 2 ຝ່າຍ​ກໍ່​ຄວນ​ເພີ່ມ​ທະວີ​ການ​ສົມທົບ​ໂຄສະນາ​ກ່ຽວ​ກັບ ອະດີດ​ຊາວ​ໜຸ່ມ​ຕະລຸມ​ບ່ອນ​ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເວົ້າ​ວ່າ:

    “​ແຜນ​ນະ​ໂຍບາຍ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ລັດຖະບານ ​ແມ່ນ​ເປັນ​ເອກະສັນ​ກັນ​ປະຕິບັດ​ການກວດກາສັງ​ລວມ​ແມ່ນ​ຖືກຕ້ອງ. ​ເລື່ອງ​ກວດກາ​ນະ​ໂຍບາຍ​ໃຫ້​ຜູ້​ມີ​ຄຸນງາມຄວາມດີ​ນຳ​ມາ​ເຊິ່ງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ຫຼາຍກ່ວາ​ອີກ. ດ້ວຍ​ຈິດ​ໃຈ​ນັ້ນ, ຂ້າພະ​ເຈົ້າສະ​ເໜີ​ຕ້ອງ​ຕັດສິນ​ໃຈ​ປະຕິບັດ​ແຜນ​ນະ​ໂຍບາຍ​ໃຫຍ່ ​ນັ້ນແມ່ນ​ປະ​ເທດ​ຕ້ອງ​​ໃຫ້ບຸລິມະສິດ​ສູງ​ສຸດ​ໃຫ້​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ.”

 

ຂ່າວ/ບົດ​ອື່ນ