ໄຂກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ NAM ປະຈຳ ອີຣານ

ໄຂກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ NAM ປະຈຳ ອີຣານ - ảnh 1
ລັດຖະມົນຕີການຕ່າງປະເທດ ອີຣານ Ali Akbar Salehi
ພາບ:internet


(vovworld) - ວັນ​ທີ 28/8, ກອງ​ປະຊຸມຂັ້ນ​ລັດຖະມົນຕີ​ບັນດາ​ປະ​ເທດ​ສະມາຊິກ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ (NAM) ຖືກ​ໄຂ​ຂຶ້ນ​ຢ່າງ​​ເປັນທາງ​ການ​ຢູ່​ນະຄອນຫລວງ​ເຕ​ຮຣານ ປະ​ເທດ ອີຣານ. ​ໃນ​​ເວລາສອງ​ວັນ, ລັດຖະມົນຕີ​ການ​ຕ່າງປະ​ເທດ ກວ່າ 50 ທ່ານທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ ຈະ​ສຸມ​ໃສ່​ປຶກສາ​ຫາລື​ຮ່າງ​ເອກະສານ​ທີ່​ຖືກ​ຍົກ​ອອກມາ​ໃນ​ກອງ​ປະຊຸມ​ຂັ້ນ​ນັກວິຊາ​ການ NAM ຊຶ່ງ​ດຳ​ເນີນ​ໄປ​ກ່ອນ​ນີ້ 2 ມື້ ຢູ່ ​ເຕ​ເຮ​ຣານ. ຮ່າງ​ເອກະ​ສານ​ດັ່ງກ່າວ​ຈະ​ໄດ້​ພິຈາລະນາ​ຄັ້ງ​ສຸດ​ທ້າຍ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ຄາດ​ວ່າ​ໃນ​ວັນ​ທີ 30 -31/8 ຈະ​ມາ​ເຖິງ.  ນອກ​ນັ້ນ ບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍັງ​ປຶກສາ​ຫາລື​ບັນດາ​ຂໍ້​ສະ​ເຫ​ນີກ່າວ​ປະນາມ​ຄຳ​ສັ່ງ​ລົງ​ໂທດ​ພຽງ​ຝ່າຍ​ດຽວ ຊຶ່ງ​ຝ່າຍ​ຕາ​ເວັນ​ຕົກ​ຈັດ​ວາງ​ທີ່​ມີ​ຕໍ່ ອີຣານ ​ແລະ ປະ​ເທດ​ອື່ນ​ຈຳນວນ​ຫນຶ່ງ. ທີ​່ກອງ​ປະຊຸມ​ຄັ້ງນີ້, ອີ​ຢີບ ຈະ​ຍົກ​ອອກ​ເອກະສານ​ຮຽບ​ຮຽງ​ພິ​ເສດ,​​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​​ເຖິງ​ການ​ປະຕິ​ຮູບ ສປຊ, ການ​ຫລຸດຜ່ອນ​ອາວຸດ​ນິວ​ເຄຼຍ ​ແລະ ບັນ​ດາ​ອາວຸດ​ລ້າງຜານ, ປະຕິບັດ​ບັນຫາ​ປະ​ຊາ​ທິປະ​ໄຕ ​ແລະ ສິດທິ​ມະນຸດ​ປະກົດ​ຜົນ​ເປັນ​ຈິງ, ຮັບ​ມື​ກັບ​ການ​ກໍ່​ການ​ຮ້າຍ​ສາກົນ ​ແລະ ຊ່ວຍ​ແກ້​ໄຂ​ວິ​ກິດ​ການ​ທົ່ວ​ໂລກ,​​ໃນ​ນັ້ນ ບັນຫາ​ປາ​ແລດ​ສະຕີ​ນ​ແມ່ນ​ຈຸດ​ສຸມ.

ຂ່າວ/ບົດ​ອື່ນ