ໄຂກອງປະຊຸມຂະບວນ ການບໍ່ຮ່ວມມກຸ່ມຢູ່ອີຣານ

ໄຂກອງປະຊຸມຂະບວນ ການບໍ່ຮ່ວມມກຸ່ມຢູ່ອີຣານ - ảnh 1

(ພາບປະກອບ)

( vovworld ) – ​ທີ 26/8, ກອງປະຊຸມຍຸດຍອດຂະບວນການບໍ່ຮ່ວມກຸ່ມ (NAM) ຄັ້ງທີ 16 ​​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ເຕ​ເຮຣານ ປະ​ເທດ​ອີຣານ ຊື່​ງ​ແມ່ນ​ປະ​ເທດ​ພວມ​​ແມ່ນ​ຈຸດ​ສຸມ ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ໂລກ ​ແລະ ພວມ​ຖືກ​ຮັບ​ບັນດາ​ກຳລັງ​ດັນຈາກ​ປະຊາ​ຄົມ​ໂລກ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ຕົນ. ກອງ​ປະຊຸມ​ຄັ້ງນີ້ ສືບ​ຕໍ່​ປຶກສາ​ຫາລື​ບັນດາ​ຫຼັກການ​ພື້ນ​ຖານ ​ແລະ ການ​ກຳນົດ​ທິດ​ຂອງຂະບວນການ ບໍ່ຮ່ວມກຸ່ມ, ວາງ​ອອກ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ບົດບາດ ​ແລະ ສຽງ​ເວົ້າຂອງ​ຂະ​ບວນການ​ນີ້​ໃນ​ເວທີ​ສາກົນ​ກ່ວາ​ອີກ ​ໃນ​ສະ​ພາ​ບການ​ໂລກ​ມີ​ບັນດາ​ການ​ຜັນ​ແປ່​ໄປ​ອັນ​ສັບສົນ. ກອງ​ປະຊຸມ​ຄັ້ງນີ້​ກໍ່​ສະຫງວນ​ເວລາ​ຫຼາຍ​ພໍ​ສົມຄວນ​ໃຫ້​ແກ່​ເນື້ອ​ໃນ​ກ່ຽວ​ກັບ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ ຊື່​ງຕາມ​ນັ້ນ ສຸມ​ໃສ່​ຕີ​ລາຄາ​ສະພາບ​ພາກ​ພື້ນ ​ແລະ ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ບັນຫາ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ຈາກ​ບັນດາ​ສະມາຊິກ​ຄື: ລະດັບ​ເຕີບ​ໂຕ​ເສດຖະກິດ​ໂລກ, ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ ສປຊ, ຊຸກຍູ້​ບັນດາ​ບັນຫາ​ພັດທະນາ​, ສັງຄົມ, ສິດທິ​ມະນຸດ, ​ແລກປ່ຽນ​ກ່ຽວ​ກັບ​ການ​ກຳນົດ​ທິດ​ຂອງ​ຂະ​ບວນການ, ວິ​ທິ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ, ການ​ທ້າ​ທາຍ​ໃນ​ປະຈຸ​ບັນ ​ເພື່ອ​ແນ​ໃສ່​ຊຸກຍູ້​ບົດບາດ​ຂອງ​ຂະ​ບວນການ​ໃນ​ເວລທີ​ສາກົນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາກົນ…..

 

ຂ່າວ/ບົດ​ອື່ນ