ໄຂກອງປະຊຸມຄັ້ງທີ 15 ຄະນະປະຈຳສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 15 ຄະນະປະຈຳສະພາແຫ່ງຊາດ - ảnh 1
ໄຂກອງປະຊຸມຄັ້ງທີ 15 ຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 25/2. ຢູ່ ຮ່າ​ໂນ​້ຍ, ພາຍ​ໃຕ້​ການ​​ເປັນ​ປະ​ທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 15. ກອງ​ປະຊຸມ​ຈະ​ດຳ​ເນີນ​ໃນ​ເວລາ 2 ວັນ, ວັນ​ທີ 25 ​ແລະ 26/2. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊີ້​ແຈງ​ວ່າ: ທີ່ກອງ​ປະຊຸມ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ໃຫ້​ຄຳ​ເຫັນ​ກ່ຽວກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ກໍ່​ການ​ຮ້າຍ, ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ພັກ ອາ​ໄສ, ພິຈາລະນາ, ຮັບຮອງ​ເອົາ​ລັດຖະບັນຍັດ​ສະບັບປັບປຸງ, ​ເພີ່ມ​ເຕີ​ມບາງ​ຂໍ້​ມາດຕາ ຂອງ​ລັດຖະບັນຍັດ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ອາວຸດ, ວັດ​ຖຸລະ​ເບີດ ​ແລະ ອຸປະກອນ​ໜູນ​ຊ່ວຍ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຍັງ​ຈະ​ປຶກສາ​ຫາລື ກ່ຽວ​ກັບ​ແຜນ​ຮ່າງ​ປ່ຽນ​ໃໝ່​ກົງຈັກ​ຊ່ວຍ​ວຽກ​ຂອງ​ສະພາ​ແຫ່ງ​ຊາດ, ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເປັນ​ເຈົ້າ​ການຈັດ​ຕັ້ງ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດໂລກ.

 

ຂ່າວ/ບົດ​ອື່ນ