ໄຂກອງປະຊຸມຄັ້ງທີ 28 ຄະນະປະຈຳສະພາ ແຫ່ງຊາດ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 15/05, ກອງປະຊຸມຄັ້ງທີ 28 ຄະນະປະຈຳສະພາແຫ່ງຊາດຖືກໄຂຂຶ້ນເພື່ອແນໃສ່ກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 13 ເຊິ່ງຈະຖືກໄຂຂຶ້ນ ໃນອາທິດໜ້າ. ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະໃຫ້ຄຳເຫັນກ່ຽວກັບບົດລາຍງານ ເພີ່ມເຕີມຂອງລັດຖະ
ບານ ຕີລາຄາໝາກຜົນແຫ່ງການປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2013; ສະພາບການປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2014; ການກະກຽມບັນດາເນື້ອໃນໃຫ້ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ກ່ຽວກັບການຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຟັງບົດລາຍງານກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກໄລຍະ 2005 – 2012; ກ່ຽວກັບປະສິດທິຜົນສັງລວມດ້ານເສດຖະກິດ, ສັງຄົມຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງໂຄງການ ໂບສິດ ເຕີນຣາຍ 2 ແຫ່ງ…
ແລະກໍ່ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນຈະໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ); ຮ່າງກົດໝາຍປັບປຸງ, ເພີ່ມເຕີມຂໍ້ 2 ມາດຕາ 13 ຂອງກົດໝາຍວ່າດ້ວຍສັນຊາດຫວຽດນາມ…