ໄຂກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11
(ໄຂກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11)
(vovworld) - ຕອນເຊົ້າວັນທີ 7/5, ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ຖືກໄຂຂຶ້ນຢູ່ຮ່າໂນ້ຍ ແລະ ຄາດວ່າຈະດຳເນີນໃນເວລາ 9 ວັນ(ແຕ່ວັນທີ 7 – 15/5). ທີ່ວາລະໄຂ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູດຫວຽດນາມ Nguyen Phu trong ໄດ້ມີບົດກ່າວປາໄສທີ່ສຳຄັນ. ທ່ານເລຂາທິການໃຫຍ່ Nguyen Phu Trong ໃຫ້ຮູ້ວ່າ: ໃນກອງປະຊຸມຄັ້ງທີ 5 ນີ້, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລືບັນດາເນື້ອໃນຄື: ສະຫຼຸບວຽກງານປະຕິບັດລັດຖະທຳມະນູນປີ 1992 ແລະ ບາງເນື້ອໃນພື້ນຖານຄວນປັບປຸງ, ເພີ່ມເຕີມ, ສະຫຼຸບການປະຕິບັດມະຕິສູນກາງພັກຄັ້ງທີ 7 ຊຸດທີ 9, ສະຫຼຸບ 5 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 3 ຊຸດທີ 10... ພິຈາລະນາ, ຕັດສິນບາງບັນຫາກ່ຽວກັບນະໂຍບາຍສັງຄົມ, ເງິນເດືອນໃນໄລຍະ 2012 – 2020 ແລະ ບັນຫາສຳຄັນອີກຈຳນວນໜຶ່ງອື່ນ. ກ່ຽວກັບການສະຫຼຸບ, ປັບປຸງ, ເພີ່ມເຕີມລັດຖະທຳມະນູນປີ 1992, ທ່ານເລຂາທິການໃຫຍ່ Nguyen Phu Trong ຊີ້ແຈງວ່າ:
“ປັບປຸງ, ເພີ່ມເຕີມລັດຖະທຳມະນູນຕ້ອງສືບຕໍ່ຢືນຢັນຄຸນນະທາດ ແລະ ຮູບແບບສັງລວມຂອງລະບອບການເມືອງ ແລະ ກົງຈັກແຫ່ງລັດ ທີ່ໄດ້ຮັບການກຳນົດໃນໂຄງການການເມືອງ (ສະບັບເພີ່ມເຕີມປີ 2011) ແລະ ລັດຖະທຳມະນູນປີ 1992. ນັ້ນແມ່ນ, ລັດເຮົາແມ່ນລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງ ປະຊາຊົນ, ມາຈາກປະຊາຊົນ ແລະ ເພື່ອປະຊາຊົນ. ທຸກໆສິດອຳນາດແຫ່ງລັດແມ່ນຂອງປະຊາຊົນ, ປະຊາຊົນປະຕິບັດສິດອຳນາດແຫ່ງລັດຜ່ານການຈັດຕັ້ງລັດພາຍໃຕ້ການນຳພາຂອງພັກ. ສິດອຳນາດແຫ່ງລັດແມ່ນເປັນເອກະພາບ, ມີການຈັດແບ່ງວຽກງານ, ສົມທົບ ແລະ ຄວບຄຸມສິດອຳນາດລະຫວ່າງບັນດາອົງການໃນການປະຕິບັດບັນດາສິດນິຕິບັນຍັດ, ບໍລິຫານ ແລະ ຕຸລາການ.”
(ທ່ານເລຂາທິການໃຫຍ່ Nguyen Phu Trong ມີບົດກ່າວປາໄສຄຳຄັນທີ່ກອງປະຊຸມ)
ການສະຫຼຸບການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 7 ຊຸດທີ 9 ກ່ຽວກັບທີ່ດິນຄັ້ງນີ້ ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອແນໃສ່ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ, ສືບຕໍ່ປ່ຽນໃໝ່ນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນ, ແກ້ໄຂບັນດາຂໍ້ຕິດຂັດໃນວຽກງານຄຸ້ມຄອງ ແລະ ນຳໃຊ້ທີ່ດິນຢ່າງຮີບດ່ວນ, ຮັບປະກັນບັນດາຜົນປະໂຫຍດຂອງລັດຢ່າງກົມກຽວ, ປະຊາຊົນ ແລະ ນັກລົງທຶນ, ສ້າງແຫຼ່ງກຳລັງ ແລະ ກຳລັງໜູນໃໝ່ຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ - ທັນສະໄໝ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ທ່ານເລຂາທິການໃຫຍ່ Nguyen Phu Trong ຊີ້ແຈງວ່າ:
“ສຸມໃສ່ເຮັດໃຫ້ຈະແຈ້ງວ່າເປັນຫຍັງແຫຼ່ງກຳລັງທີ່ດິນຍັງບໍ່ທັນໄດ້ຮັບການເສີມຂະຫຍາຍຢ່າງຄົບຖ້ວນ ເພື່ອກາຍເປັນ ກຳລັງພາຍໃນສຳຄັນຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ? ເປັນຫຍັງຢູ່ຫຼາຍບ່ອນ, ການນຳໃຊ້ທີ່ດິນຍັງ ຟູມເຟືອຍ, ມີປະສິດທິຜົນຕ່ຳ, ການສໍ້ລາດບັງຫຼວງທີ່ກ່ຽວຂ້ອງເຖິງທີ່ດິນຍັງບໍ່ທັນຖືກຍູ້ໃຫ້ຖອຍໄປ? ເປັນຫຍັງກໍລະນີກ່າວຟ້ອງ, ຮ້ອງທຸກ ເກືອບ 70% ແມ່ນກ່ຽວກັບຂົງເຂດທີ່ດິນ? ບັນຫາຫຍັງແມ່ນສາຍເຫດຂຶ້ນກັບທັດສະນະ, ແຜນນະໂຍບາຍ, ນະໂຍບາຍທີ່ໄດ້ລະບຸໃນມະຕິ ແລະ ກົດໝາຍວ່າດ້ວຍທີ່ດິນປີ 2003? ແລະ ອື່ນໆ. ບົນພື້ນຖານນັ້ນ, ສະເໜີໃຫ້ກຳນົດທິດສືບຕໍ່ປ່ຽນແປງໃໝ່, ສ້າງລະບົບກົດໝາຍ, ນະໂຍບາຍກ່ຽວກັບທີ່ດິນໃຫ້ສົມບຸນແບບ”
ສຸດທ້າຍ, ທ່ານເລຂາທິການໃຫຍ່ Nguyen Phu Trong ສະເໜີທີ່ກອງປະຊຸມຄັ້ງນີ້, ສູນກາງພັກໄດ້ພິຈາລະນາ ແລະ ປະກາດໃຊ້ມະຕິຫົວເລື່ອງສະເພາະບາງບັນຫາກ່ຽວກັບນະໂຍບາຍສັງຄົມໄລຍະແຕ່ນີ້ຮອດປິ 2020, ເຊິ່ງຈຸດໃຈກາງແມ່ນນະໂຍບາຍບຸລິມະສິດຕໍ່ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ຮັບປະກັນຊີວິດສັງຄົມ, ດ້ວຍບັນດາເນື້ອໃນຕົ້ນຕໍ່ແມ່ນ: ຮັບປະກັນວຽກເຮັດງານທຳ, ລາຍຮັບ, ຫຼຸດຜ່ອນຄວາມທຸກຍາກ, ປະກັນສັງຄົມ, ປະກັນສຸຂະພາບ, ເຮືອນຢູ່, ໜູນຊ່ວຍສັງຄົມ ແລະ ຮັບປະກັນບາງການບໍລິການສັງຄົມພື້ນຖານໃຫ່້ແກ່ປະຊາຊົນ.