ໄຂກອງປະຊຸມຄັ້ງທີ 5, ຄະນະບໍລິຫານງານສູນກາງພັກຊຸດທີ 11

ໄຂກອງປະຊຸມຄັ້ງທີ 5, ຄະນະບໍລິຫານງານສູນກາງພັກຊຸດທີ 11 - ảnh 1
( ກອງປະຊຸມຄັ້ງທີ 5, ຄະນະບໍລິຫານງານສູນກາງພັກຊຸດທີ 11 )

( vovworld ) –   ຕອນ​ເຊົ້າ​ວັນ​ທີ 7/5, ກອງ​ປະຊຸມ​ຄັ້ງ​ທີ 5, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ຖືກ​ໄຂ​ຂຶ້ນ​ຢູ່​ສຳນັກງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ. ກອງ​ປະຊຸ​ມຄັ້ງ​ນີ້​ຄາດ​ວ່າຈະ​ດຳ​ເນີນແຕ່​ວັນ​ທີ 7 – 15/5 , ​ເຊິ່ງຈະ​ປຶກສາ​ຫາລື​ການ​ສະຫຼຸບ​ວຽກ​ງານ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ທີ່​ໄດ້​ຮັບ​ການ​ປັບປຸງ​ເພີ່ມ​​ເຕີມ​ເມື່ອປີ 2011 ​ແລະ ບາງ​ເນື້ອ​ໃນ​ພື້ນຖານ​ຕ້ອງ​ໄດ້​ຮັບ​ການ​ປັບປຸງ ​ແລະ ​ເພີ່ມ​ເ​ຕີມ​​ໃນລັດຖະທຳ​ມະນູນປີ 1992; ສະຫຼຸບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 7 ຊຸດ​ທີ 9, ສືບ​ຕໍ່​ປ່ຽນ​ໃໝ່​ນະ​ໂຍບາຍ​ດ້ານ​ກົດໝາຍ​ວ່າ​ດ້ວຍ​ທີ​ດິນ​ໄລຍະ​ຫັນ​​ປະ​ເທດເປັນ​ອຸດສາຫະກຳ​ ​ແລະ ທັນ​ສະ​​ໄໝ. ກອງ​ປະຊຸມ​ກໍ​ຈະ​ປຶກສາ​ຫາລື, ພິຈາລະຈາ​ວາງ​ອອກໃໝ່​ມິ​ຕິ​ສະ​ເພາະ​ຫົວ​ເລື່ອງກ່ຽວ​ກັບບາງ​ບັນຫາ​ດ້ານນະ​ໂຍບາຍ​ສັງຄົມ​ໄລຍະ 2012 – 2020, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ບັນດາເປົ້າ​ໝາຍນະ​ໂຍບາຍ ​ແລະ ຮັບປະກັນ​ຊີວິດສັງຄົມ. ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 5 ຍັງ​ລາຍ​ງານ ​ແລະ ​ປຶກສາ​ຫາລື​ສະຫຼຸບ​ 5 ປີ​​​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 3 ຊຸດ​ທີ 10 ​ເພີ່ມ​ທະວີ​ການ​ຊີ້​ນຳ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ ​ແລະ ປັບປຸງ​ອົງການຈັດ​ຕັ້ງ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​​ໃຫ້​ສຳ​ເລັດ.

  ​ແລະກໍ່​ໃນກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຈະ​ໃຫ້​ຄຳ​ຄິດ​ຄຳ​ເຫັນ​​ໂດຍ​ກົງເຂົ້າ​ໃນ​ເອກະສານກ່ຽວ​ກກັບ​ບັນດາ​ບົດ​ລາຍ​ງານ​ວຽກ​ງານ​ສຳຄັນ​ຂອງ​ກົມ​ການ​ເມືອງ ​ເຊິ່ງ​ໄດ້​ແກ້​ໄຂ​ແຕ່​ກອງ​ປະຊຸມສູ​ນກາງຄັ້ງທີ 4 ຫາກ​ອງປະຊຸມ​ສູນ​ກາງ​ຄັ້ງ​ທີ 5, ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ໃນ 4 ​ເດືອນ​ຕົ້ນ​ປີ 2012.

ຂ່າວ/ບົດ​ອື່ນ