ໄຂກອງປະຊຸມບັນ ດາອົງການມິດຕະ ພາບປຊຊ ອາຊຽນ - ຈີນ

ໄຂກອງປະຊຸມບັນ ດາອົງການມິດຕະ ພາບປຊຊ ອາຊຽນ - ຈີນ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ກ່າວຄຳເຫັນໄຂກອງປະຊຸມ

(vovworld) -  ​ເພື່ອ​ສະ​ເຫລີ​ມສະຫລອງ 45 ປີ​ແຫ່ງການ​ສ້າງ​ຕັ້ງ​ ອາ​ຊຽນ ​ແລະ 21 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ເຈລະຈາ​ຍຸດ​ທະ​ສາດ ອາ​ຊຽນ -  ຈີນ, ຕອນ​ເຊົ້າ​ວັນ​ທີ 16/8 ຢູ່ ຮ່າ​ໂນ້ຍ, ກອງ​ປະຊຸມ​ບັນດາ​ອົງການ​ມິດຕະພາບ​ປະຊາຊົນ ອາ​ຊຽນ - ຈີນ ຄັ້ງ​ທີ 7 ​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ Nguyen Thien Nhan ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ແລະ ທ່ານນາງ ກູ​ຊາວ​ຫລຽນ, ຫົວຫນ້າ​ສະມາຄົມ ຈີນ - ອາ​ຊຽນ ​ແລະ ຫົວຫນ້າ​ຄະນະ​ຜູ້​ແທນ​ປະຊາຊົນ 10 ປ​ະ​ເທດ​ສະມາຊິກ​ອາ​ຊຽນ ພ້ອມ​ດ້ວຍ​ຜູ້​ແທນ​ກວ່າ 100 ຄົນ​ທີ່​ຕາງຫນ້າ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ.
 

        ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Thien Nhan ​ໄດ້​ເນັ້ນ​ຫນັກ​ວ່າ: 45 ປີ ຜ່ານ​ມາ ອາ​ຊຽນ ​ໄດ້​ເຕີບ​ໃຫຍ່​ຢ່າງ​ບໍ່​ຢຸດ​ຢັ້ງ. ປະຈຸ​ບັນ ອາ​ຊຽນ ພວມ​ມຸ່ງ​ໄປ​ສູ່​ການ​ສ້າງ​ປະຊາ​ຄົມ​ໃນ​ປີ 2015, ຍິ່ງ​ກວ່າ​ເວລາ​ໃດ​ໝົດ ອາ​ຊຽນ ພວມ​ມານະ​ພະຍາຍາມ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້,​ ຍູ້​ແຮງ​ການ​ຮ່ວມ​ສຳພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື, ພິ​ເສດ​ແມ່ນ​ຮ່ວມກັບ​ຈີນ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ເວົ້າ​ວ່າ:

        “ ອາດ​ຢືນຢັນ​​ໄດ້ວ່າ: ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ພົວພັນ​ທີ່​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ປະສິດທິ​ຜົນ​ທີ່​ສຸດ ລະຫວ່າງ​ອາ​ຊຽນ ​ແລະ ບັນດາ​ຄູ່​ເຈລະຈາ. ​ເພີ່ມ​ທະວີ​ການ​ພົວພັນ​ທີ່​ມີ​ລັກສະນະ​ສ້າງສັນ ​ແລະ ຮອບດ້ານ ອາ​ຊຽນ - ຈີນ ບໍ່​ພຽງ​ແຕ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສັນຕິພາບ, ຄວາມວັດທະນາ​ຖາວອນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ໃຫ​້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ. ຫວຽດນາມ ຈະ​ສືບ​ຕໍ່ມານະ​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ພ້ອມ​ກັບ​ຈີນ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ສອງ​ຝ່າຍ​ໃຫ້​ພັດທະນາ​ຢ່າງ​ແຂງ​ແຮງ​ໃນ​ທຸກ​ຂົງ​ເຂດ.”

         ຕາງຫນ້າ​ໃຫ້​ຄະນະ​ຜູ້​ແທນ​ພັກ​ປະຊາຊົນ ຈີນ, ທ່ານນາງ ກູ​ຊາວ​ຫລຽນ, ຫົວຫນ້າສະມາຄົມມິດຕະພາບ ຈີນ - ອາ​ຊຽນ ​ໄດ້​ຢືນຢັນ​ວ່າ:

        “ຈີນ ຖື​ການ​ພັດທະນາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​​ແມ່ນ​ ທີ່​ຕັ້ງບົດບາດ​ສຳຄັນ​ໃນ​ການ​ພົວພັນ​ຕ່າງປະ​ເທດ, ​ໃນ​ນັ້ນ ມີ​ບັນດາ​ປະ​ເທດ​ອາ​ຊຽນ. ຈີນ ບໍ່​ປ່ຽນ​ແປງ​​ແນວທາງ​ພັດທະນາ​ສັນຕິພາບ​ຂອງ​ຈີນ, ບໍ່​ປ່ຽນ​ແປງ​ທິດ​ນຳ​ການ​ຕ່າງປະ​ເທດ “​ໃກ້ຊິດສະຫນິດສະຫນົມ ​ແລະ ​ເປັນ​ເພື່ອນ​ກັບປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ”, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບ ອາ​ຊຽນ.  ການ​ພັດທະນາ​ຂອງ​ຈີນ ​ແມ່ນ​ກາລະ​ໂອກາດ​ຂອງ​ອາ​ຊຽນ ​ແລະ ການ​ພັດທະນາ​ຂອງ ອາ​ຊຽນ ​ກໍ​ແມ່ນ​ກາລະ​ໂອກາດ​ສຳລັບ​ປະ​ເທດ​ຈີນ.”

ຂ່າວ/ບົດ​ອື່ນ