ໄຂກອງປະຊຸມພະນັກງານທົ່ວປະເທດກ່ຽວກັບການເຜີຍແຜ່
,ຊາບຊຶມມະຕິສູນກາງພັກຄັ້ງ4ກ່ຽວກັບການກໍ່ສ້າງພັກ
(vovworld) - ຕອນເຊົ້າວັນທີ 09/12 ຢູ່ ຮ່າໂນ້ຍ, ກົມການເມືອງໄດ້ຈັດຕັ້ງກອງປະຊຸມຜ່ານທາງເຄືອຂ່າຍອິນເຕີແນັດ ພະນັກງານທົ່ວປະເທດກ່ຽວກັບເຜີຍແຜ່, ຊາບຊຶມມະຕິກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ 12 ກ່ຽວກັບເພີ່ມທະວີການກໍ່ສ້າງພັກ, ປັບປຸງພັກ; ສະກັດກັ້ນ, ຍູ້ການເສື່ອນທາດເສຍຄຸນ ກ່ຽວກັບແນວຄວາມຄິດການເມືອງ, ຄຸນສົມບັດ, ວິຖີຊີວິດໃຫ້ຖອຍໄປ, ບັນດາປະກົດການ “ຜັນແປ່ເອງ”, “ຫັນປ່ຽນເອງ” ພາຍໃນພັກ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ: ເລື່ອງຜັນຂະຫຍາຍມະຕິຕ້ອງປະຕິບັດຢ່າງຄົບຊຸດກັບບັນດາມະຕິອື່ນໆຂອງສູນກາງ, ຂອງສະພາແຫ່ງຊາດ ແລະ ຂອງລັດຖະບານ ເພື່ອຍູ້ແຮງການພັດທະນາເສດຖະກິດສັງຄົມ, ປົກປັກຮັກສາການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເປີດກ້ວາງການພົວພັນກັບຕ່າງປະເທດ, ສ້າງສະພາບການເປັນປົກກະຕິ, ສ້າງຄວາມເຊື່ອໝັ້ນໃນພັກໃນປະຊາຊົນ; ຕ້ອງເພີ່ມທະວີການກະຕຸກຊຸກຍູ້ກວດກາ.
“ເພື່ອປະຕິບັດມະຕິສູນກາງພັກ ຄັ້ງທີ 4 ກ່ຽວກັບການກໍ່ສ້າງພັກເປັນຢ່າງດີ ຕ້ອງມີການຮັບຮູ້ດີ, ແນວຄິດທະລຸລົງ, ມີຄວາມຕັດສິນໃຈໃຫຍ່ ແລະ ທິດທາງຖືກຕ້ອງ. ກົມການເມືອງເຊື່ອໝັ້ນວ່າ: ດ້ວຍຄວາມຕັດສິນໃຈດ້ານການເມືອງສູງສຸດຂອງທົ່ວພັກ, ຄວາມເຫັນດີເຫັນພ້ອມ, ການສະໜັບສະໜູນແຮງຂອງທົ່ວປວງຊົນ, ການເຂົ້າຮ່ວມຂອງທັງລະບົບການເມືອງ, ຈະຫັນປ່ຽນໄດ້ສະພາບການຢ່າງແນ່ນອນ, ບໍ່ເຮັດໃຫ້ ປະຊາຊົນເສຍຫວັງຕໍ່ພັກ, ເພື່ອກໍ່ສ້າງພັກນັບມື້ນັບໂປ່ງໃສ, ເຂັ້ນແຂງ.