ໄຂກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 22
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:vtv
|
(vovworld)- ກອງປະຊຸມວົງແຄບລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ22 (AEM Retreat 22) ຖືກໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 3/3 ຢູ່ ຊຽງໃຫມ່ ປະເທດໄທ. ເຂົ້າຮ່ວມກອງປະຊຸມ ມີບັນດາລັດຖະມົນຕີ, ເຈົ້າຫນ້າທີ່ເສດຖະກິດຂັ້ນສູງບັນດາປະເທດ ອາຊຽນ, ທ່ານເລຂາທິການໃຫຍ່ ເລເລືອງມີງ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນເກີມຕູ, ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ນຳຫນ້າ ໄດ້ເຂົ້າຮ່ວມກອງປະຊຸມ. ນີ້ແມ່ນກອງປະຊຸມປະຈຳປີທີ່ສຳຄັນເພື່ອໃຫ້ບັນດາລັດຖະມົນຕີເສດຖະກິດ 10 ປະເທດ ອາຊຽນ ແລກປ່ຽນ, ເປັນເອກະພາບວາງທິດທາງໃຫຍ່ ແລະ ບັນດາບຸລິມະສິດຮ່ວມມືເສດຖະກິດ ອາຊຽນ ກໍຄືສ້າງປະຊາຄົມເສດຖະກິດ ອາຊຽນ ສຳເລັດເມື່ອວັນທີ 31/12/2015.
ບັນດາເນື້ອໃນລະອຽດຊື່ງໄດ້ປຶກສາຫາລືທີ່ກອງປະຊຸມລວມມີ: ບັນດາຄາດໝາຍບຸລິມະສິດໃນອາຍຸການປະທານອາຊຽນ 2016 ຂອງລາວ, ບັນດາຂໍ້ສະເຫນີຂອງຫນ່ວຍວຽກງານຂັ້ນສູງເສດຖະກິດ ໃຫ້ແກ່ບັນດາລັດຖະມົນຕີເສດຖະກິດ ອາຊຽນ ເພື່ອຊຸກຍູ້ວິວັດການເຊື່ອມໂຍງເຂົ້າກັບພາກພື້ນ, ວິວັດການເຈລະຈາ ແລະ ບັນດາຂໍ້ສະເຫນີຍູ້ໄວການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ.
ທີ່ການເຮັດວຽກໃນຕອນບ່າຍວັນທີ 3/3, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ແລະ ຄະນະຜູ້ແທນ ການຄ້າ ສະຫະພາບເອີລົບ ດຳເນີນການທາບທາມຮ່ວມ ພາຍໃຕ້ການຊີ້ນຳຂອງຄະນະຜູ້ແທນຫວຽດນາມ.