ໄຂກອງປະຊຸມວິທະຍຸກະຈາຍສຽງອາຊີປີ 2013 (Radio Asia 2013)

ໄຂກອງປະຊຸມວິທະຍຸກະຈາຍສຽງອາຊີປີ 2013 (Radio Asia 2013) - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຮັດວຽກຢູ່ພິທີໄຂ

(vovworld) - ພິທີ​ໄຂ​ກອງ​ປະຊຸມ​ວິທະຍຸກະຈາຍສຽງ ອາຊີ (Radio Asia 2013) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 29/7, ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ພິທີ​ໄຂ, ມີ​ທ່ານ​ນາຍົກລັດຖະມົນ​ຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ສະມາຄົມ​ກະຈາຍສຽງ - ​ໂທລະພາບ ອາຊີ - ປາຊີ​ຟີ​ກ Javad Mottaghi, ທ່າ​ນ​ເລຂາທິການ​ໃຫຍ່​ສູນຂໍ້​ມູນ​ຂ່າວສານ​ສື່​ມວນ​ຊົນ ​​ແລະ ສື່ສານ ອາຊີ (AMIC) Martin Hadlow ພ້ອມ​ກັບ​ເຈົ້າ​ໜ້າທີ່​ບັນດາ​ອົງການ ​ແລະ ບັນດາ​ວິທະຍຸ​ກະຈາຍສຽງ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ວິທະຍຸ​ກະຈາຍສຽງ ຫວຽດນາມ ສົມທົບ​ກັບ​ສະຫະ​ສະມາຄົມ​ກະຈາຍສຽງ - ​ໂທລະພາບ ອາຊີ - ປາຊີ​ຟີ​ກ ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ເຫດການ​ກະຈາຍສຽງ​ສາກົນໜຶ່ງ​ດຽວ​ໃນ​ພາກ​ພື້ນ​ນີ້. ກ່າວ​ປາ​ໄສ​ໄຂກອງ​ປະຊຸມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ ຊີ້​ແຈ້ງວ່າ:

“​ໃນ​ຍຸກ​ປະຈຸ​ບັນ, ການ​ພັດທະນາ​ຢ່າງ​ແຮງ​ຂອງ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ​ໃນ​ນັ້ນ​ມີ​ເຕັກ​ໂນ​ໂລ​ຢີ ດີ​ຈີ​ຕອນ ​ແລະ ການ​ພັດທະນາ​ຢ່າງ​ແຮງ​ຂອງ​ສື່ສານ​ສັງຄົມ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ມະຫາຊົນ​ໄດ້​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວ​ຫຼາຍ​ກວ່າ, ຫຼາຍ​ຮູບ​ຫຼາຍ​ແບບ​ກວ່າ. ​ແລະ ພວມ​ເຮັດ​ໃຫ້​ສື່ສານ​ໃນ​ທົ່ວ​ໂລກ ກໍ່​ຄື​ໃນ​ແຕ່ລະ​ປະ​ເທດ​ຕ້ອງ​ມີ​ການ​ປ່ຽນ​ແປງຢ່າງ​ວ່ອງ​ໄວ. ນີ້​ແມ່ນ​ກາລະ​ໂອກາດ​ທີ່​ສະດວກ​ໃຫ້​ແກ່​ການ​ພັດທະນາ​ຂອງ​ທຸກ​ຮູບ​ການ​ສື່​ມວນ​ຊົນ - ບັນດາ​ວິທະຍຸ​ກະຈາຍສຽງ, ​ໂທລະພາບ, ທັງ​ແມ່ນ​ການ​ທ້າ​ທາຍ​ໂດຍ​ກົງ ​ແລະ ນັບ​ມື້​ນັບ​ໃຫຍ່​ຫຼວງ ອັນ​ໄດ້​ຮຽກຮ້ອງ​ໃຫ້​ຂະ​ແໜງ​ກະຈາຍສຽງ​ຕ້ອງ​ມີ​ຄວາມ​ຂະຫຍັນ​ຂັນ​ເຂື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ນັບ​ມື້​ນັບ​ສູງ​ຂອງ​ທົ່ວ​ສັງ​ຄົມ“.

ກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ​ອາ​ຊີ 2013 ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງຜູ້​ແທນ​ປະມານ 500 ທ່ານ, ​ເຊິ່ງ​ແມ່ນ​ການ​ນຳ​ບັນດາ​ອົງການ​ສື່ສານ, ບັນດາ​ຜູ້​ຊ່ຽວຊານ, ນັກ​ວາງ​ແຜນ​ນະ​ໂຍບາຍ, ນັກ​ຄົ້ນ​ຄ້ວາ​ສື່ສານ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ກ່າວ​ຄວາມ​ເຫັນ​ຊົມ​ເຊີຍ​ກອງ​ປະຊຸມ, ທ່ານ ຫງວຽນ​ດັງ​ຕ໋ຽນ, ຜູ້ອຳນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເນັ້ນ​ໜັກ​ວ່າ:

“ດ້ວຍ​ຫົວ​ເລື່ອງ “ວິທະຍຸ​ກະຈາຍສຽງ ​ແລະ ສື່ສານ​ສັງຄົມ: ທ່າ​ອ່ຽງພັດທະນາ​ໃນ​ອະນາຄົດ“ ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ເວທີ​ປາ​ໄສ ​ເພື່ອ​ໃຫ້​ບັນດາ​ຜູ້​ແທນ​ແບ່ງປັນ​ທັດສະນະ ​ແລະ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ໃນ​ຂົງ​ເຂດ​ກະຈາຍສຽງ, ພິ​ເສດ​ແມ່ນ​ຍົກ​ອອກ​ບັນດາ​ທິດ​ທາງ, ທ່າ​ອ່ຽງພັດທະນາ​ທີ່​ທັນ​ສະ​ໄໝ​ຂອງ​ວິທະຍຸ​ກະຈາຍສຽງ​ໃນ​ການ​ພັດທະນາ​ຢ່າງ​ແຮງ​ຂອງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ການ​ພັດທະນາ​ຂອງ​ສື່ສານ​ສັງຄົມ“

ກອງ​ປະຊຸມ​ກະຈາຍສຽງ​ອາຊີ 2013 ດ້ວຍ​ຫົວ​ຂໍ້​ວ່າ: “ກະຈາຍສຽງ ​ແລະ ສື່​ສານ​ສັງຄົມ: ທ່າ​ອ່ຽງພັດທະນາ​ໃນ​ອະນາຄົດ”, ​​ໄດ້​ເຕື້ອງ​ເຖິງ​ຫຼາຍ​ບັນຫາ​ຮ້ອນ​ເຮັ່ງ​ໃນ​ປະຈຸ​ບັນ ​ເມື່ອ​ບັນ​ດາ​ອົງການ​ສື່​ມວນ​ຊົນ, ກະຈາຍສຽງ, ​ໂທລະພາບ​ພວມປະ​ເຊີນ​ໜ້າ​ກັບ​ບັນດາ​ການ​ທ້າ​ທາຍ​ທີ່​ວາງ​ອອກ​ຕໍ່ໜ້າ​ການ​ ພັດທະນາ​ຢ່າງ​ແຮງ​ຂອງ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ການ​ຂະຫຍາຍ​ຂອງ​ສື່ສານ​ສັງຄົມ. ພາຍຫຼັງ​ພິທີ​ໄຂ, ກອງ​ປະຊຸມ​ສືບ​ຕໍ່​ຈັດ​ວາລະ​ປະຊຸມ​ທຳ​ອິດ​ກ່ຽວ​ກັບ “ວິທະຍຸ​ກະຈາຍສຽງ​ບົນ​ເສັ້ນທາງ​ພັດທະນາ: ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງກະ​ລາດ​ໃໝ່”

ກ່ອນ​ຈັດ​ຕັ້ງ​ກອງ​ປະຊຸມ​ວິທະຍຸ​ກະຈາຍສຽງ​ອາ​ຊີ, ຕອນ​ເຊົ້າ​ວັນ​ທີ 29/7, ຢູ່​ສຳນັກງານ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ “ການ​ສື່ສານ​ສັງຄົມ, ສື່ສານ​ທາງ​ອຸປະກອນ​ເຄື່ອນ​ທີ່ ​ແລະ ການຈັດ​ລາຍການ​ກະຈາຍສຽງ​ໃໝ່“. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ຜູ້ອຳນວຍການ​ຝ່າຍ​ບໍລິຫານ ສະ​ຖາ​ບັນ​ບຳລຸງ​ສ້າງ ​ແລະ ສື່ສານ Arhen ຂອງອົດ​ສະ​ຕາ​ລີ, ທ່ານ Steve Arhen ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​​ແນະສຳລັບ​ວິທະຍຸ​ແຫ່ງ​ຊາດ ​ເມື່ອໝູນ​ໃຊ້​ເຄືອ​ຂ່າຍ​ສັງຄົມ.

“​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດສັງຄົມ​ໃນ​ປະຈຸ​ບັນ​ມີ​ກຳລັງ​ແຮງ​ຢ່າງ​ໃຫຍ່​ຫຼວງແລະ ບັນດາ​ພາຫະນະ​ສື່ສານ​ລ້ວນ​ແຕ່​ຕ້ອງການ​ໝູນ​ໃຊ້ ເພື່ອ​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ. ແຕ່​ຕ້ອງ​ຮັບ​ຮູ້​ໄດ້​ບັນດາໄພ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ເມື່ອ​ໝູນ​ໃຊ້​ເຄືອ​ຂ່າຍ​ສັງຄົມ​ນີ້. ຍ້ອນ​ເຫດ​ນັ້ນ, ເມື່ອ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ນຳ​ໝູນ​ໃຊ້​ເຄືອ​ຂ່າຍ​ສັງຄົມ, ແມ່ນ​ຕ້ອງ​ຮູ້​ວິທີປົກ​ປ້ອງ​ເຄື່ອງໝາຍ​ຂອງ​ຕົນ, ຕາມ​ນັ້ນ​ແລ້ວ​ຕ້ອງ​ມີ​ຂັ້ນ​ຕອນ​ຄວບ​ຄູ​ມຂໍ້​ມູນ​ຂ່າວຢ່າງ​ແໜ້ນ​ແຟ້ນ“.

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 29/7, ກໍ່​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ກະຈາຍສຽງ​ດີ​ຈີ​ຕອນ ​ແລະ ​​ເຕັກ​ໂນ​ໂລ​ຢີ DAB+“ຢູ່​ທີ່​ນີ້​ບັນດາ​ຜູ້​ແທນ​ສາກົນ​ໄດ້​ຕີ​ລາຄາ​ສູງ​ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ກະຈາຍສຽງທີ່​ນຳ​ໃຊ້ເຕັກ​ ໂນ​ໂລ​ຢີ DAB+.

ໝາກຜົນ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ຈະ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ແຜນການ​ຄົ້ນ​ຄ້ວາ ​ເພື່ອ​ສ້າງ​ວິວັດ​ແຫ່ງ​ການ​ພັດທະນາ​ກະຈາຍສຽງ​ດີ​ຈີ​ຕອນ ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ເຖິງ​ປີ 2020.

 

 

ຂ່າວ/ບົດ​ອື່ນ