ທ່ານນາຍົກລັດຖະມົນຕີ Nguyen Tan Dung ພ້ອມກັບບັນດາທ່ານຮອງນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມ (ພາບ:chinhphudientu)
|
Vovworld- ວັນທີ 27/9, ໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ Nguyen Tan Dung , ລັດຖະບານຫວຽດນາມໄດ້ໂຮມ ກອງປະຊຸມສະໄໝສາມັນປະຈຳເດືອນ 9 ເພື່ອປຶກສາຫາລືສະພາບການເສດຖະກິດ-ສັງຄົມໃນເດືອນ 9 ແລະ 9 ເດືອນຕົ້ນປີ 2012, ປະກອບຄຳເຫັນໃສ່ບາງບັນຫາທີ່ສຳຄັນອື່ນໆ. ກ່າວຄຳເຫັນສະຫຼຸບ ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ເນັ້ນໜັກວ່າ ເຖິງວ່າການເຕີບໂຕເພີ່ມຂຶ້ນເປັນກ້າວໆ, ຊີວິດສັງຄົມ, ສະຫວັດດີການສັງຄົມໄດ້ຮັບການຮັບປະກັນ, ແຕ່ ສະພາບການເສດຖະກິດ-ສັງຄົມຍັງຄົງມີຂໍ້ຄົງຄ້າງ ແລະ ສິ່ງຈຳກັດຫຼາຍຢ່າງ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໃຫ້ຄຳຕັກເຕືອນວ່າ ບັນດາກະຊວງ ຂະແໜງການທີ່ມີໜ້າທີ່ຮັບຜິດຊອບຄວນເພີ່ມທະວີວຽກງານຄາດຄະເນເພື່ອນຳສະເໜີບັນດາແຜນນະໂຍບາຍ, ວິທີການແກ້ໄຂກາຍພັດທະນາ ເສດຖະກິດ - ສັງຄົມຢ່າງມີປະສິດທິຜົນ ແລະ ສອດຄ່ອງກັບສະພາບຕົວຈິງ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເໜີວ່າ :
“ ຂ້າພະເຈົ້າສະເໜີວ່າ ຕ້ອງເລັ່ງໃສ່ຄວບຄຸມລາຄາ, ບໍ່ປະໃຫ້ເກີດເງິນເຟີ້ໃນລະດັບ 2 ຕົວເລກ. ປະຈຸບັນພວມແມ່ນ 5,13%, ດັ່ງນັ້ນໃນ 3 ເດືອນທ້າຍປີ, ຖ້າຫາກຄວບຄຸມໃນເດືອນໜຶ່ງເພີ່ມຂຶ້ນ 1% ນັ້ນ, ແມ່ນທັງປີ ລະດັບ CPI ເພີ່ມຂຶ້ນປະມານ 8%. ສຳລັບສິ່ງນີ້, ພວກເຮົາສາມາດເຮັດໄດ້ຢ່າງແນ່ນອນ. ການຄວບຄຸມເງິນເຟີ້ ຕິດພັນກັບການສ້າງເສດຖະກິດມະຫາພາກເປັນປົກກະຕິນັ້ນ, ບໍ່ພຽງແຕ່ເພື່ອໃຫ້ປີນີ້ເທົ່ານັ້ນ, ຫາກຍັງໃຫ້ແກ່ການພັດທະນາແບບຍືນຍົງໃນຊຸມປີຕໍ່ໆໄປອີກດ້ວຍ. ”