ໄຂກອງປະຊຸມສະໄໝສາມັນເທື່ອທີ7ສະພາແຫ່ງຊາດຫວຽດນາມຊຸດທີ13

ໄຂກອງປະຊຸມສະໄໝສາມັນເທື່ອທີ7ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 1
ການນຳ ຫວຽດນາມ ແລະ ສສຊ ຊຸດທີ 13 ເຂົ້າຢ້ຽມສຸສານປະທານ ໂຮ່ຈີມິນ ກ່ອນເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 7
(ພາບ: baomoi.com)

(vovworld) – ຕອນ​ເຊົ້າ​ວັນ​ທີ 20/5, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ​ ຫວຽດນາມ ຊຸດ​ທີ 13 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ວາລະ​ໄຂ, ມີ​ການ​ທ່ານ​ເລຂາທິການ​ໃຫຍ່ ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ແລະ ສສຊ ປະມານ 500 ທ່ານ.

    ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ຂອງສະພ​າ​ແຫ່ງ​ຊາດ​ຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ພາກ​ພື້ນ ​ແລະ ​ໂລກ​ມີ​ຄວາມ​ສັບສົນ​ຫຼາຍ​ຢ່າງ, ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ດັ່ງ​ນັ້ນ, ທີ່​ກອງ​ປະຊຸມ​ຄັ້ງນີ້, ນອກຈາກ​​ເນື້ອ​ໃນ​ຈຸດ​ສຸມ​ແມ່ນ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາຮ່າງ​ກົດໝາຍ 11 ສະບັບ, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍອື່ນ​ອີກ 16 ສະບັບ, ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ - ສັງຄົມ ປີ 2013 ​ແລະ ຊຸມ​​ເດືອນ​ຕົ້ນ​ປີ 2014.​.​.​.​ ມີ​ເນື້ອ​ໃນ​​ອີກ​ອັນ​ໜຶ່ງກໍ່​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ນັ້ນ​ແມ່ນ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ກ່າວ​ວ່າ:

    “ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາ​ດຈະ​ຮັບ​ຟັງ ​ແລະ ປຶກສາ​ຫາລື​ການ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ນີ້​ດ້ວຍ​ຈິດ​ໃຈ ​ໃຊ້​ທຸກໆ​ມາດ​ຕະການ​​ເດັດ​ດຽວ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ຮັກສາ​ສະພາບ​​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ຢ່າງ​ເດັດຂາດ​ເພື່ອ​ພັດທະນາ​ປະ​ເທດ​ຊາດ, ​ຍືດໝັ້ນ​ການ​ຮັກສາ, ​ການ​ພົວພັນ​ມິດຕະພາບ​ທີ່​​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ 2 ປະ​ເທດ ຫວຽດນາມ - ຈີນ ​ໃຫ້​ໝັ້ນຄົງ”

    ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ​ໃຫ້ຮູ້​ວ່າ: ສະພາ​ແຫ່ງ​ຊາດ​ກໍ່​ພິຈາລະນາ​ການ​ລາຍງານ​​ວຽກ​ງານ​ຂອງ​ບັນດາ​ອົງການຂອງ​ສະພາ​ແຫ່ງ​ຊາດ, ປະທານ​ສານ​ປະຊາຊົນ​ສູງ​ສຸດ, ຫົວໜ້າ​ອົງການ​ໄອຍະ​ການ​ປະຊາຊົນ​ສູງ​ສຸດ ​ແລະ ຕັດສິນ​ບາງ​ບັນຫາ​ສຳຄັນ​ຈຳນວນ​ໜຶ່ງ.

    ທີ່​ວາລະ​ປະຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 20/5, ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງການ​ລາຍ​ງານ​ຂອງ​ລັດຖະບານ​ຕີ​ລາຄາ​ເພີ່ມ​ເຕີມ​ໝາກຜົນ​ຂອງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບ​ປະມານ​ແຫ່​ງລັດ​ປີ 2013, ​ເລື່ອງ​ຜັນ​ຂະຫຍາຍ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​ຂອງ​ລັດ​ຊຸມ​ເດືອນ​ຕົ້ນ​ປີ 2014, ບົດ​ລາຍ​ງານ​ກວດກາ​ຂອງ​ກຳມາ​ທິການ​ເສດຖະກິດ​ຂອງ ສະພາ​ແຫ່ງ​ຊາດ​ສຳລັບ​ບັນດາ​ບົດ​ລາຍ​ງານ​ຂອງ​ລັດຖະບານ.  ກໍ່​ໃນ​ວາລະ​ໄຂ​ນີ້, ຜູ້​ຕາງໜ້າ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ສະ​ເໜີ​ບົດ​ລາຍ​ງານ​ຮອບ​ຮ່ວມ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຖິງ​ສະພາ​ແຫ່ງ​ຊາດ. ​ໃນ​ວັນ​ທຳ​ອິດ​ຂອງ​ກອງ​ປະຊຸມ​ນີ້, ສະພາ​ແຫ່ງ​ຊາດ​​ຮັບ​ຟັງ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ລາຍງານ​ກ່ຽວ​ກັບ​ສະພາບການ​ຢູ່​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ