ໄຂ​ກອງ​ປະຊຸມສາກົນ​ກ່ຽວກັບ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ ​ຄັ້ງ​ທີ 4

(VOVWORLD) - ຕອນເຊົ້າວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ກອງປະຊຸມກ່ຽວກັບການຮ່ວມມືສາກົນລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ ຄັ້ງທີ 4  ໄດ້ ໄຂຂຶ້ນຢ່າງເປັນທາງການ ດ້ວຍການເຂົ້າຮ່ວມຂອງຜູ້ແທນ ແລະ ແຂກຖືກເຊີນຢູ່ພາຍໃນ ແລະ ຕ່າງປະເທດ ຈໍານວນ 800 ທ່ານ.

ການຈັດຕັ້ງກອງປະຊຸມ ສາກົນກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ ຄັ້ງທີ 4  ແມ່ນເພື່ອແນໃສ່ຕີລາຄາການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາອົງການບໍ່ຂຶ້ນກັບລັດຖະບານ ໃນໄລຍະ 2014 – 2019. ພ້ອມທັງແບ່ງປັນຂໍ້ມູນ, ປະສົບການໃນວິວັດທະນາການຮ່ວມມື, ບັນດາບຸລິມະສິດ ແລະ ຄວາມຕ້ອງການຂອງຫວຽດນາມໃນການຮ່ວມມືກັບບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ບັນດາຄູ່ຮ່ວມມືພັດທະນາໃນໄລຍະ 2020 – 2025. ກອງປະຊຸມດັ່ງກ່າວ ຈະແກ່ຍາວໄປຮອດວັນທີ 13 ທັນວາ ຈຶ່ງອັດລົງ. 

ຕອບກັບ

ຂ່າວ/ບົດ​ອື່ນ