(ພາບປະກອບ)
|
Vovworld- ຕອນເຊົ້າວັນທີ 23/10, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາ“ ສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ(PCA): ຂອບເຂດການຮ່ວມມືໃໝ່ໃຫ້ແກ່ການພົວພັນຫວຽດນາມ-EU” ໂດຍກະຊວງການຕ່າງປະເທດຫວຽດນາມສົມທົບກັບຄະນະຜູ້ຕາງໜ້າ EU ປະຈຳຫວຽດນາມ. ກ່າວຄຳເຫັນໄຂ ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Bui Thanh Son ເນັ້ນໜັກວ່າ :
“ ສັນຍາ PCA ແມ່ນບໍ່ພຽງແຕ່ດັດສົມການພົວພັນລະຫວ່າງ ຫວຽດນາມ- EU ໃນບັນດາຂົງເຂດຄືຮ່ວມມືພັດທະນາ, ເສດຖະກິດ-ການຄ້າ, ການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຢີເທົ່ານັ້ນ, ຫາກຍັງລວມທັງການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ. ການພົວພັນຫວຽດນາມ- EU ພວມຢືນຢູ່ຕໍ່ໜ້າບັນດາແງ່ຫວັງພັດທະນາອັນໃຫຍ່ຫຼວງ, ໃນນັ້ນມີ ສັນຍາ PCA, ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ການພົວພັນຫວຽດນາມ- EUໃນຫຼາຍປີທີ່ຈະມາເຖິງ. ”
ສ່ວນທ່ານດຣ Franz Jessen ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ EU ປະຈຳຫວຽດນາມ ຊີ້ແຈງວ່າ :
“ ສັນຍາຮ່ວມມື ແລະ ຄູ່ຮ່ວມມືໃໝ່ ສະແດງໃຫ້ເຫັນບັນດາຄຳໝັ້ນສັນຍາຂອງ EU ໃນການປັບປຸງການພົວພັນ ໃຫ້ເລິກເຊິ່ງກ້ວາງຂວາງກ່ວາກັບຫວຽດນາມຊຶ່ງແມ່ນຄູ່ຮ່ວມມືທີ່ພ້ອມແລ້ວຈະຮັບຜິດຊອບໜ້າທີ່ນັບມື້ນັບຫຼາຍບົນເວທີສາກົນ, ຊຶ່ງແມ່ນປັດໄຈສູນກາງຂອງອາຊຽນ, ແລະ ແມ່ນພື້ນຖານເສດຖະກິດທີ່ຂະຫຍັນຂັ່ນເຄື່ອນພິເສດ. ສັນຍາໃໝ່ໂດຍອີງບົນບັນດາຜົນປະໂຫຍດ ແລະ ຫຼັກການຮ່ວມ ຈະເປີດຍຸກໃໝ່ໃນການພົວພັນ 2 ຝ່າຍ. ຂ້າພະເຈົ້າເຊື່ອໝັ້ນວ່າ ເຫດການນີ້ຈະຊ່ວຍນຳການພົວພັນຫວຽດນາມ- EU ໃຫ້ຂຶ້ນສູ່ລະດັບສູງໃໝ່ ” .