ໄຂກອງປະຊຸມເຈົ້າໜ້າທີ່ໂທລະຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ອາຊຽນ

ໄຂກອງປະຊຸມເຈົ້າໜ້າທີ່ໂທລະຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ອາຊຽນ - ảnh 1
ທີ່ກອງ​ປະຊຸມ
(ພາບ: mic.gov.vn)

(vovworld) -  ກອງ​ປະຊຸມ​ພິ​ເສດ​ຂອງ​ບັນດາເຈົ້າ​ໜ້າ​ທີ່​ໂທລະ​ຄົມ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານພາກ​ພື້ນ​ອາ​ຊຽນ, ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມສົມທົບ​ກັບ​ຄະນະ​ເລຂາ​ອາ​ຊຽນ ຈັດ​ຕັ້ງ​ ​ໄດ້​ໄຂຂຶ້ນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 5/9, ຢູ່ ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານຫວຽດນາມ Le Nam Thang ​ຖື​ວ່າ, ​ເຖິງ​ວ່າ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ມີ​ບັນດາ​ຜົນງານ​​ໃນ​ການພັດທະນາ​ຢ່າງກະ​ໂດດ​ຂັ້ນ​ກໍ່ຕາມ, ​ແຕ່​ຂະ​ແໜງ​ອຸດສາຫະກຳ​ຖະ​ແຫຼ​ງຂ່າວ - ສື່ສານ ອາ​ຊຽນຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ໃຫຍ່ ຍ້ອນ​ຊາວ​ກະ​ສິກ​ອນພາກສ່ວນ​ໜຶ່ງ​ຍັງ​ຖືກ​ຈຳກັດ​ໃນ​ການ​ສຳ​ພັດ​ກັບ​ບັນດາ​ການ​ບໍລິການ​ເຕັກ​ໂນ​ໂລ​ຢີ. ນອກ​ນັ້ນ, ບັນດາ​ປະ​ເທດ​ອາ​ຊຽນຍັງ​ມີ​ວຽກ​ງານ​ຫຼາຍ​ຢ່າງ​ທີ່​ຈະ​ຕ້ອງ​​ແກ້​ໄຂ ​ເພື່ອ​​ໃຫ້ທ່ວງທັນ​ກັບ​ການ​ພັດທະນາ​ຂອງ​ທົ່ວ​ໂລກ​ໃນ​ຂົງ​ເຂດ​ຕ່າງໆ. ດັ່ງ​ນັ້ນ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ເຕັກ​ໂນ​ໂລ​ຢີ ຖະ​ແຫຼ​ງຂ່າວ - ສື່ສານ​ອາ​ຊຽນນັ້ນ, ອາ​ຊຽນພວມ​ມຸ່ງ​ໄປ​ເຖິງ​ການ​ປະຕິບັດ​ໂຄງການ​ສັງ​ລວມ​ເຖິງ​ປີ 2015 ສຳ​ຫຼັບ​ບາງ​ຂໍ້​ລິ​ເລີ່​ມ​ໃຫຍ່​​ໃຫ້​ປະກົດ​ຜົນ​ເປັນ​ຈິງ…ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ໂທລະ​ຄົມ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ອາ​ຊຽນຖືກ​ຈັດ​ຂຶ້ນ ດ້ວຍ​ຈຸດໝາຍ​ກວດກາ​ບັນດາ​ການ​ເຄື່ອນ​ໄຫວ, ​ໂຄງການ​ຮ່ວມ​ມື​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ໃນ​ພາກ​ພື້ນ, ພິຈາລະນາ​ບັນດາ​ຂໍ້​ລິ​ເລີ່​ມ, ພ້ອມ​ທັງ​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ກຳນົດ​ທິດ​ລວມ ​ເພື່ອ​ລາຍ​ງານ​ຕໍ່​ກອງ​ປະຊຸມ​ຂັ້ນລັດຖະມົນຕີ ຜ່ານ​ການ​ຜັນ​ຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ