(ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່)
(vovworld) – ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ 9 ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 07/12 ຢູ່ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ; ທ່ານປະທານປະເທດ ເຈືອງເຕີ໋ນຊາງ; ທ່ານນາຍົກລັດຖະມົນຕີ, ປະທານສະພາແຂ່ງຂັນ - ຍ້ອງຍໍສູນກາງ ຫງວຽນເຕີ໋ນຢຸງ; ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ພ້ອມກັບການນຳ, ອະດີດການນຳພັກ, ລັດ ຫລາຍທ່ານ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ 1.800 ທ່ານ.
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ, ປະທານສະພາແຂ່ງຂັນຍ້ອງຍໍສູນກາງ ຫງວຽນເຕີ໋ນຢຸງ ເນັ້ນໜັກວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນເຫດການການເມືອງສຳຄັນ, ແມ່ນວັນບຸນໃຫຍ່ຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ຊີ້ແຈ້ງວ່າ:
“ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 9 ແມ່ນໂອກາດເພື່ອຍ້ອງຍໍ, ເຊີດຊູບັນດາໝູ່ຄະນະ, ສ່ວນບຸກຄົນ, ບັນດານັກວິລະຊົນ, ນັກຮົບແຂ່ງຂັນ ແລະ ບັນດາແບບຢ່າງທີ່ກ້າວໜ້າ, ປັດໃຈທີ່ດີເດັ່ນໃນທົ່ວປະະເທດ. ກອງປະຊຸມໃຫຍ່ຍັງມີຄວາມໝາຍສຳຄັນໃນການປຸກລະດົມໃຫ້ກຳລັງໃຈທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນປຸກລຸກກຳລັງແຮງອັນໃຫຍ່ຫລວງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ຍູ້ແຮງພາລະກິດປ່ຽນໃໝ່ຢ່າງຮອບດ້ານ, ສ້າງກຳລັງໜູນປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກຢ່າງມີໄຊ, ປະກອບສ່ວນເຂົ້າໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ເມື່ອລາຍງານໝາກຜົນຂອງຂະບວນການແຂ່ງຂັນຮັກຊາດ ແລະ ວຽກງານຍ້ອງຍໍ ໄລຍະ 5 ປີ (2011 - 2015), ທ່ານນາງຮອງປະທານປະເທດ ຫງວຽນທິຢວານ, ຮອງປະທານຜູ້ທີ 1 ສະພາແຂ່ງຂັນ - ຍ້ອງຍໍສູນກາງ ຊີ້ແຈ້ງວ່າ: ນັບແຕ່ພາຍຫລັງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 8 ມາຮອດປະຈຸບັນ, ຂະບວນການແຂ່ງຂັນຮັກຊາດ ແລະ ວຽກງານແຂ່ງຂັນ, ຍ້ອງຍໍໃນທົ່ວປະເທດໄດ້ມີການຫັນປ່ຽນຕັ້ງໜ້າຫລາຍຢ່າງ. ບັນດາຂະບວນການແຂ່ງຂັນຮັກຊາດມີການປ່ຽນໃໝ່ຫລາຍຢ່າງ ກ່ຽວກັບເນື້ອໃນ ແລະ ຮູບການ, ແທດຈິງ ແລະ ມີປາະສິດທິຜົນກ່ວາ. ໂດຍຜ່ານບັນດາຂະບວນການແຂ່ງຂັນດັ່ງກ່າວນັ້ນ ມີຫລາຍແບບຢ່າງທີ່ດີເດັ່ນຂອງໝູ່ຄະນະ, ສ່ວນບຸກຄົນໃນການອອກແຮງງານ, ທຳການຜະລິດ.
ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽຍຟຸຈ້ອງ ຊີ້ແຈ້ງວ່າ.
“ໃນໄລຍະຈະມາເຖິງ, ຂະບວນການແຂ່ງຂັນຮັກຊາດຕ້ອງສຸມໃສ່ ແລະ ປະຕິບັດໜ້າທີ່ຢ່າງໃຫຍ່ຫຼວງນັ້ນແມ່ນ ປຸກລະດົມກຳລັງໃຈທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ມານະພະຍາຍາມສູ້ຊົນປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ ເປັນຢ່າງດີ. ພະນັກງານ, ສະມາຊິກພັກແຕ່ລະຄົນຕ້ອງເສີມຂະຫຍາຍບົດບາດນຳໜ້າ, ເປັນແບບຢ່າງເປັນຢ່າງດີ, ເປັນແກ່ນສານໃນບັນດາຂະບວນການແຂ່ງຂັນຢ່າງແທ້ຈິງ. ສືບຕໍ່ປ່ຽນໃໝ່ຢ່າງຮອບດ້ານ, ມີຫົວຄິດປະດິດສ້າງໃນບັນດາຂະບວນການແຂ່ງຂັນຮັກຊາດນັບທັງດ້ານເນື້ອໃນ ແລະ ຮູບການ, ວິທີການຈັດຕັ້ງຮັບປະກັນຄວາມກົມກຽວລະຫວ່າງ 3 ຜົນປະໂຫຍດຄື ຜົນປະໂຫຍດຂອງຜູ້ອອກແຮງງານ, ໝູ່ຄະນະ, ທ້ອງຖິ່ນ, ຫົວໜ່ວຍ ແລະ ຜົນປະໂຫຍດຂອງສັງຄົມ. ພິເສດແມ່ນເອົາໃຈໃສ່ຄົ້ນພົບປັດໃຈໃໝ່, ເພີ່ມທະວີການຍ້ອງຍໍຢ່າງທັນການ, ເອົາໃຈໃສ່ເຖິງວຽກງານຍ້ອງຍໍບັນດາຜູ້ອອກແຮງງານໂດຍກົງ. ໂດຍຜ່ານບັນດາຂະບວນການແຂ່ງຂັນພັດທະນາ, ບຳລຸງສ້າງ ແລະ ທະວີຄູນບັນດາແບບຢ່າງດີເດັ່ນ”.
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ກໍສະເໜີໃຫ້ບັນດາອົງການສື່ມວນຊົນຕ້ອງປະຕິບັດວຽກງານໂຄສະນາ ແລະ ທະວີຄູນບັນດາແບບຢ່າງທີ່ດີເດັ່ນໃຫ້ດີກວ່າອີກ.