ໄຂງານຕະຫລາດນັດການຄ້າ,ການທ່ອງທ່ຽວສາກົນຫວຽດນາມ-ຈີນ2015

ໄຂງານຕະຫລາດນັດການຄ້າ,ການທ່ອງທ່ຽວສາກົນຫວຽດນາມ-ຈີນ2015 - ảnh 1
ຮ້ານ​ວາງ​ສະ​ແດງ​ສິນ​ຄ້າ​ຂອງ​ຫວຽດ​ນາມ ທີ່ງານ​ຕະ​ຫລາດ​ນັດ​ການ​ຄ້າ, ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ - ຈີນ
​ພາບ:TTXVN

(vovworld)- ງານ​ຕະ​ຫລາດ​ນັດ​ການ​ຄ້າ, ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ - ຈີນ ປີ 2015 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ ມອງ​ກາຍ ແຂວງ ກວາງ​ນີງ. ນີ້​ແມ່ນ​ຄັ້ງ​ທີ 10 ງານ​ຕະ​ຫລາດ​ນັດ​ດັ່ງ​ກ່າວ​​ຈັດ​ຂຶ້ນ​ຜັດ​ປ່ຽນ​ກັນຢູ່ ສອງ​ປະ​ເທດ ແລະ ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ລາຍ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ແຫ່ງ​ຊາດ. ງານ​ຕະ​ຫລາດ​ນັດ​ປີນີ້ ໄດ້​ດຶງ​ດູດ ກວ່າ 400 ຮ້ານ​ວາງ​ສະ​ແດງ ຂອງກວ່າ 250 ອົງ​ການ, ວິ​ສາ​ຫະ​ກິດ, ສ່ວນ​ບຸກ​ຄົນ​ມາ​ຈາກ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ເລ​ທັງ​ຫາຍ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ງານ​ຕະ​ຫລາດ​ນັດ​ຈະ​ປະ​ກອບ​ສ່ວນ​ແນະ​ນຳ, ໂຄ​ສະ​ນາ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ, ເຄື່ອງ​ໝາຍ​ການ​ຄ້າ​ກໍ​ຄ​ື​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ດ້ານ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ສອງ​ປະ​ເທດ ພ້ອມ​ທັງ​ຊຸກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ບໍ​ລິ​ການ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ. ງານ​ຕະ​ຫລາດ​ນັດ​ຈະ​ປະ​ກອບ​ສ່​ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ການ​ຄ້າ ແລະ ການ​ເຕີບ​ໂຕວົງ​ເງິນ​ສົ່ງ​ອອກ​ຂອງ​ສອງ​ປະ​ເທດ.”

 

 

 

ຂ່າວ/ບົດ​ອື່ນ