( vovworld ) – ຕອນຄໍ່າວັນທີ 7/4, ກະຊວງອຸດສາຫະກຳ ແລະ ການຄ້າສອງປະເທດຫວຽດນາມ - ລາວ ພ້ອມກັບອຳນາດການປົກຄອງແຂວງຈຳປະສັກ ໄດ້ສົມທົບກັນຈັດຕັ້ງພິທີໄຂງານຕະຫຼາດນັດການຄ້າລາວ - ຫວຽດນາມ 2012. ງານຕະຫຼາດນັດໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດເກືອບ 100 ແຫ່ງ ດ້ວຍຮ້ານວາງສະແດງສິນຄ້າກວ່າ 180 ຮ້ານ. ນີ້ແມ່ນງານຕະຫຼາດນັດສາກົນ ຫວຽດນາມ - ລາວ ຄັ້ງທຳອິດເຊິ່ງໄດ້ຈັດຂຶ້ນຢູ່ພາກໃຕ້ຂອງລາວ, ແມ່ນໜື່ງໃນບັນດາການເຄື່ອນໄຫວຂອງປີ “ ແຫ່ງສາມັກຄີມິດຕະພາບຫວຽດນາມ - ລາວ 2012 ”, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນດ້ານການທູດ ( 05/9/1962 – 05/9/2012 ) ແລະ 35 ປີແຫ່ງວັນເຊັ່ນສົນທິສັນຍາມິດຕະພາບການຮ່ວມມືລະຫວ່າງສອງປະເທດ ນີ້ແມ່ນໂອກາດເພື່ອໂຄສະນາສິນຄ້າ ແລະ ການຮ່ວມມືສ້າງເຄືອຂ່າຍສົ່ງອອກນຳເຂົ້າສິນຄ້າຢ່າງເລິກເຊິ່ງ ແລະ ກວ້າງຂວາງ ປະກອບສ່ວນຊຸກຍູ້ວົງເງິນການຄ້າລະຫວ່າງສອງປະເທດ.
ແຕ່ປີ 2005 ຮອດປີ 2011, ວົງເງິນຂາອອກຂາເຂົ້າລະຫວ່າງສອງປະເທດເພີ່ມຂຶ້ນຢ່າງບໍຢຸດຢັ້ງ, ບັນລຸລະດັບສະເລຍ 27%. ສອງຝ່າຍສູ້ຊົນບັນລຸວົງເງິນການຄ້າສອງສົ້ນ 2 ຕື້ USD ໃນປີ 2015.